ການປະຊຸມຂ່າວນັດ ສາມັນຂອງກະຊວງ ການຕ່າງປະເທດ
ທ່ານໂຄສົກກະຊວງການຕ່າງປະເທດຫວຽດນາມ
(ພາບ: http://tuoitre.vn)
(vovworld)- ຕອນເຊົ້າວັນທີ 10/7, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບບັນດາມາດຕະການປົກປ້ອງຊາວປະມົງ 6 ຄົນໃນກຳປັ່ນຫາປາກວາງຫງ້າຍ QNg 94912 TS ຖືກກຳປັ່ນຈີນ ຈັບຕົວເມື່ອວັນທີ 3/7, ທ່ານເລຫາຍບິ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ: ພາຍຫຼັງມີຂ່າວກ່ຽວກັບເຫດການດັ່ງກ່າວ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນຳສະຖານທູດກໍ່ຄືບັນດາອົງການທູຕານຸທູດຫວຽດນາມ ປະຈຳຈີນ ດຳເນີນບັນດາມາດຕະການປົກປ້ອງພົນລະເມືອງກໍ່ຄືແກ້ໄຂບັນຫາ:
“ຕາມຂ່າວຫຼ້າສຸດຈາກກົງສູນໃຫ່ຍຫວຽດນາມ ປະຈຳກວາງເຈົາ, ຕອນເຊົ້າວັນທີ 10/7, ຜູ້ຕາງໜ້າຫົວໜ້າກົງສູນໃຫ່ຍໄດ້ກ່າວເຖິງບັນດາມາດຕະການປົກປ້ອງຊາວປະມົງທີ່ຈຳເປັນ. ປະຈຸບັນສຸຂະພາບຂອງຊາວປະມົງ 6 ຄົນລ້ວນແຕ່ເປັນປົກກະຕິ ແລະ ພວມຖືກຄຸ້ມຂັງຢູ່ທ່າກຳປັ່ນຊານຢາ ນະຄອນຊານຢາ ປະເທດຈີນ. ກົງສູນໃຫ່ຍຫວຽດນາມ ປະຈຳກວາງເຈົາ ກໍ່ຄືບັນດາອົງການພວມເຮັດວຽກກັບຝ່າຍຈີນຢ່າງແໜ້ນແຟ້ນເພື່ອພິສູດບັນດາເຫດການຢ່າງຈະແຈ້ງ“./.