ການປະຊຸມຂ່າວແນະນຳກອງປະຊຸມສຳມະນາ30ແຫ່ງການປ່ຽນໃໝ່ການທະຫານ,ປ້ອງກັນຊາດປ້ອງກັນຄວາມສະຫງົບ-ຜົນງານແລະບົດຮຽນ
(ການປະຊຸມຂ່າວແນະນຳກອງປະຊຸມສຳມະນາ)
(vovworld) - ກອງປະຊຸມສຳມະນາ “30 ປີແຫ່ງການປ່ຽນໃໝ່ການທະຫານ, ປ້ອງກັນຊາດປ້ອງກັນຄວາມສະຫງົບ - ຜົນງານແລະບົດຮຽນ” (1986 – 2016) ຈະຖືກດຳເນີນໃນວັນທີ 16/12 ຢູ່ຮ່າໂນ້ຍ. ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 13/12, ພົນຈັດຕະວາ ຫງວຽນເຟືອງຢ້ຽນ, ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ກອງປະຊຸມສົນທະນາໄດ້ສຸມໃສ່ຢືນຢັນການຊີ້ນຳ, ນຳພາອັນຖືກຕ້ອງ, ສະຫຼາດສະຫຼຽວ ແລະ ວິໄສທັດຍຸດທະສາດຂອງພັກກອມມູນິດຫວຽດນາມ ໃນພາລະກິດປ່ຽນແປງໃໝ່; ບົດບາດຊີ້ນຳຢ່າງຂ້ຽວຂາດ, ໂດຍກົງໃນທຸກດ້ານຂອງພັກສຳລັບກອງທັບປະຊາຊົນຫວຽດນາມ ແລະ ການປ່ຽນໃໝ່ດ້ານການທະຫານ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຕອບສະໜອງຄວາມຮຽກຮ້ອງ, ໜ້າທີ່ປັບປຸງການປ້ອງກັນຊາດປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່… ພົນຈັດຕະວາ ຫງວຽນເຟືອງຢ້ຽວ ໃຫ້ຮູ້ວ່າ:
“ກອງປະຊຸມສຳມະນາ “30 ປີແຫ່ງການປ່ຽນໃໝ່ການທະຫານ, ປ້ອງກັນຊາດປ້ອງກັນຄວາມສະຫງົບ - ຜົນງານແລະບົດຮຽນ” ແມ່ນວຽກງານມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນສຳຄັນຢືນຢັນບົດບາດຊີ້ນຳ, ນຳພາຂອງພັກກອມມູນິດຫວຽດນາມ ສຳລັບວຽກງານປ່ຽນໃໝ່ໜ້າທີ່ການທະຫານ, ປ້ອງກັນປະເທດ ແລະ ແກ່ນສານແມ່ນກອງທັບປະຊາຊົນຫວຽດນາມ ເຊິ່ງເປັນປັດໃຈມີຄວາມໝາຍສຳຄັນພິເສດໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ”