ການປະຊຸມຂ່າວແນະນຳບັ້ນຂົນຂວາຍ “ເຊື່ອມຕໍ່ທະເລຕາເວັນອອກ”

ການປະຊຸມຂ່າວແນະນຳບັ້ນຂົນຂວາຍ “ເຊື່ອມຕໍ່ທະເລຕາເວັນອອກ” - ảnh 1
ການປະຊຸມຂ່າວໃນຕອນບ່າຍວັນທີ 13/9

(vovworld) - ​ບັ້ນ​ຂົນຂວາຍ “​ເຊື່ອມ​ຕໍ່​ທະ​ເລ​ຕາ​ເວັນ​ອອກ” ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ສະພາກາ​ແດງ ຫວຽດນາມ, ວິທະຍຸ​ກະຈາຍສຽງ ຫວຽດນາມ, ​ໂທລະພາບ​ແຫ່ງ​ຊາດ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ຈະ​ແກ່ຍາວ​ເປັນ​ເວລາ 1 ​ເດືອນ, ​ແຕ່​ວັນ​ທີ 15/9 – 14/10/2013. ພິທີ​ປຸກ​ລະດົມ​ບັ້ນ​ຂົນຂວາຍ “​ເຊື່ອມ​ຕໍ່​ທະ​ເລ​ຕາ​ເວັນ​ອອກ” ໄດ້​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 13/9, ຢູ່​ສຳນັກງານ​ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຢູ່ ຮ່າ​ໂນ້ຍ. ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 13/9, ຢູ່ ຮ່າ​ໂນ້ຍ, ​ແນ​ະນຳ​ບັ້ນ​ຂົນຂວາຍ “​ເຊື່ອມ​ຕໍ່​ທະ​ເລ​ຕາ​ເວັນ​ອອກ”, ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ບັ້ນ​ຂົນຂວາຍ “​ເຊື່ອມ​ຕໍ່​ທະ​ເລ​ຕາ​ເວັນ​ອອກ” ​ແມ່ນ​ລາຍການ​ມະນຸດສະທຳ, ກຸສົນ, ສັງຄົມ ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຍາວ​ນານ. ຈຸດປະສົງ​ໃນ​ຕໍ່ໜ້າ​ຂອງ​ບັ້ນ​ຂົນຂວາຍ​ແມ່ນ​ເລ້​ຍລາຍ​ເງິນ 10 ຕື້​ດົ່ງ​ເພື່ອ​ຊື້​ອຸປະກອນ​ໂທລະ​ຄົມ, ຕິດ​ຕໍ່​ສື່ສານ​ໃຫ້​ຊາວ​ປະມົງ​ຫາ​ປາ​ໃນ​ທະ​ເລ​ຕາ​ເວັນ​ອອກ. ທ່ານ ດ່ວານ​ວັນ​ທ໋າຍ, ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່​ສະພາກາ​ແດງ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “ຈຸດໝາຍ​ຂອງ​ບັ້ນ​ຂົນຂວາຍ​ແມ່ນ​ຂົນຂວາຍ​ການ​ສະໜັບສະ​ໜູນ​ຂອງ​ອົງການ, ບຸກຄົນ​ພາຍ​ໃນປະ​ເທດ ​ແລະ ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ ​ເພື່ອ​ຊື້​ອຸປະກອນ​ຕິດ​ຕໍ່​ສື່ສານ​ຊ່ວຍ​ໃຫ້​ຊາວ​ປະມົງ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ, ພ້ອມ​ທັງ​ປຸກລະດົມຊາວ​ປະມົງໝັ້ນ​ໃຈ​ເດີນ​ທະ​ເລ ປະກອບ​ອາຊີບ​ການ​ປະມົງ, ພັດທະນາ​ເສດຖະກິດ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດທະ​ເລ​ ໝູ່ເກາະຂອງ ຫວຽດນາມ. ມີ 3 ຮູບ​ແບບ​ສະໜັບສະໜູນ​ຄື: ສົ່ງ​ຂໍ້ຄວາມ, ​ແຕ່ລະ​ຂໍ້ຄວາມ​ມີ​ມູນ​ຄ່າ 10.000 ດົ່ງ. ທີ 2 ​ແມ່ນ ສະໜັບ​ສະ​ໜູນ​ດ້ວຍ​ວັດ​ຖຸພັນ, ທີ 3 ​ແມ່ນ​ສົ່​ງ​ເງິນ​​ຜ່ານ​ບັນຊີ​ເງິນ​ຝາກເຖິງ​ສະພາກ​າ​ແດງ ຫວຽດນາມ.”

ຂ່າວ/ບົດ​ອື່ນ