(VOVWORLD) - ຕາມຂໍ້ຕົກລົງຂອງທ່ານປະທານປະເທດ, ສະພາທີ່ປຶກສາອະໄພຍະໂທດປີ 2021 ລວມມີສະມາຊິກ 10 ທ່ານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິນ ເປັນປະທານສະພາ.
(ພາບ:TTXVN)
ຕອນເຊົ້າວັມທີ 10 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິນ ໄດ້ເປັນປະທານການປະຊຸມສະພາທີ່ປຶກສາອະໄພຍະໂທດປີ 2021. ຕາມນັ້ນແລ້ວ, ເນື່ອງໃນໂອກາດວັນຊາດ ຫວຽດນາມ (ຄືວັນທີ 2 ກັນຍາ) ປີນີ້, ຈະປະຕິບັດການອະໄພຍະໂທດກ່ອນກຳນົດເວລາ ໃຫ້ຜູ້ຖືກຕັດສິນລົງໂທດທີ່ມີການກຳນົດເວລາ, ຈຳຄຸກຕະຫຼອດຊີວິດ…ທີ່ມີເງື່ອນໄຂອະໄພຍະໂທດຄົບຖ້ວນ.
ຕາມຂໍ້ຕົກລົງຂອງທ່ານປະທານປະເທດ, ສະພາທີ່ປຶກສາອະໄພຍະໂທດປີ 2021 ລວມມີສະມາຊິກ 10 ທ່ານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິນ ເປັນປະທານສະພາ. ທີ່ການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິນ ໄດ້ມອບໜ້າທີ່ໃຫ້ບັນດາຂະແໜງທີ່ມີໜ້າທີ່ຮັບຜິດຊອບ ປະຕິບັດຖືກຕ້ອງຕາມຄຳຮຽກຮ້ອງ, ການກຳນົດຂອງກົດໝາຍ, ຊື່ງສະແດງໃຫ້ເຫັນນະໂຍບາຍອະໄພຍະໂທດຂອງພັກ ແລະ ລັດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິນ ກ່າວວ່າ:
ໃນກໍລະນີຈຳເປັນຈະສາມາດຈັດກອງປະຊຸມທົ່ວຂະແໜງ, ທ້ອງຖິ່ນ ເພື່ອເຜີຍແຜ່, ເຊື່ອມຊືມ, ຮັບປະກັນໃຫ້ວຽກງານອະໄພຍະໂທດ ຖືກປະຕິບັດຢ່າງເປັນເອກະພາບ, ປອດໄພ, ເປີດເຜີຍ, ຈະແຈ້ງ, ຕາມຂັ້ນຕອນທີ່ແໜ້ນແຟ້ນ, ຖືກເປົ້າໝາຍ, ຖືກເງື່ອນໄຂກຳນົດຂອງກົດໝາຍ. ຮັບປະກັນໃຫ້ຖືກຕ້ອງຕາມສິດ, ຜົນປະໂຫຍດອັນຊອບທຳຂອງນັກໂທດ. ບໍ່ໃຫ້ເກີດຄວາມຫຍໍ້ທໍ້, ຜິດພາດຢ່າງເດັດຂາດ.