ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ: ອາ​ເມ​ລິ​ກາ ຕີ​ລາ​ຄ​າ​ສູງ​ ຕໍ່ ອີ​ຢິບ ໃນ​ການ​ຊຸກ​ຍູ້​ຄຳ​ສັ່ງ​ຢຸດ​ຍິງ​ໃນ​ໄລ​ຍະ​ຍາວ​ຢູ່ ເຂດ Gaza

(VOVWORLD) -  ອາເມລິກາ ຖື ອີຢິບ ແມ່ນຄູ່ຮ່ວມມື ຢ່າງແທ້ຈິງ ແລະ ມີປະສິດທິຜົນ” ໃນຄວາມມານະພະຍາຍາມແກ້ໄຂການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ. 
ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ: ອາ​ເມ​ລິ​ກາ ຕີ​ລາ​ຄ​າ​ສູງ​ ຕໍ່ ອີ​ຢິບ ໃນ​ການ​ຊຸກ​ຍູ້​ຄຳ​ສັ່ງ​ຢຸດ​ຍິງ​ໃນ​ໄລ​ຍະ​ຍາວ​ຢູ່ ເຂດ Gaza - ảnh 1ສະພາບການຢູ່ເຂດ Gaza ພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອັນ ໃນວັນທີ 23 ພຶດສະພາ (ພາບ: AFP/TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃນວັນທີ 26 ພຶດສະພາ ໃນການພົບປະກັບເຈົ້າໜ້າທີ່ແຖວໜ້າຂອງ ອີຢິບ ຢູ່ນະຄອນຫຼວງ Cairo.   ຢູ່ທຳນຽບປະທານາທິບໍດີ ອີຢິບ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ອີຢິບ Abdel Fattah al-Sisi, ຄູ່ຕຳແໜ່ງ Sameh Shoukry ແລະ ຜູ້ນຳໜ້າອົງການສືບລາຊະການລັບ Abbas Kamel. ກ່າວຄຳເຫັນຕໍ່ໜ້າບັນດາພະນັກງານສະຖານທູດ ອາເມລິກາ ປະຈຳ Cairo, ທ່ານ Blinken ໄດ້ຢັ້ງຢືນບົດບາດຂອງ ອີຢິບ ໃນການປະກອບສ່ວນຊ່ວຍແກ້ໄຂການປະທະກັນໃນປັດຈຸບັນໄດ້ຢ່າງວ່ອງໄວ, ພ້ອມທັງໃຫ້ຮູ້ວ່າ ອາເມລິກາ ແລະ ອີຢິບ ພວມສົມທົບກັນ ເພື່ອແນໃສ່ຊ່ວຍປະຊາຊົນ ອິດສະຣາແອັນ ແລະ ປາແລັດສະຕິນ ໃຫ້ໄດ້ດຳລົງຊີວິດໃນຄວາມປອດໄພ ແລະ ຄວາມສະຫງົບ.

        ໃນວັນດຽວກັນ, ໃນການພົບປະກັບຄູ່ຕຳແໜ່ງ ອິດສະຣາແອັນ Gabi Ashkenazi, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab ກໍຢັ້ງຢືນຄືນທັດສະນະຂອງປະເທດນີ້ ສຳລັບການປະທະກັນ ລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ, ນັ້ນແມ່ນ ສະໜັບສະໜູນມາດຕະການຄົງຕົວທັງສອງລັດ. 

ຕອບກັບ

ຂ່າວ/ບົດ​ອື່ນ