ການປະທະກັນຢູ່ຢູແກຼນຕາເວັນອອກສືບຕໍ່ເພີ່ມຂຶ້ນກ່ອນການເຈລະຈາ4ຝ່າຍຢູ່ປາຣີ

ການປະທະກັນຢູ່ຢູແກຼນຕາເວັນອອກສືບຕໍ່ເພີ່ມຂຶ້ນກ່ອນການເຈລະຈາ4ຝ່າຍຢູ່ປາຣີ - ảnh 1
(ພາບປະກອບ: The Nation)

​(vovworld) - ການ​ປະກັນທີ່​ກໍ່​ຄວາມລົ້ມ​ຫາຍ​ຕາຍ​ຈາກ​ຖືກ​ເກີດ​ຂຶ້ນ​ຢູ່​ຢູ​ແກຼນຕາ​ເວັນ​ອອກ ​ໃນ​ວັນ​ທີ 23/06, ກ່ອນທີ່​ດຳ​ເນີນ​ບັນດາ​ການ​ເຈລະຈາ​​ລະຫວ່າງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ 4 ປະ​ເທດ ຢູ​ແກຼນ, ລັດ​ເຊຍ, ຝລັ່ງ ​ແລະ ​ເຢຍລະ​ມັນ ຢູ່​ນະຄອນຫຼວງ​ປາຣີ, ປະ​ເທດ​ຝລັ່ງ ພຽງ 2 - 3 ຊົ່ວ​ໂມງ, ​ດ້ວຍ​ຄວາ​ມຫວັງ​ຊອກ​ຫາ​ບັນດາ​ມາດ​ຕະການ​ສັນຕິພາບ​ເພ​ື່ອ​ແກ້​ໄຂ​ວິ​ກິດ​ການ​ທີ່​ແກ່ຍາວ​ເປັນ​ເວລາ 1 ກວ່າປີທີ່ຜ່ານ​ມາ ຢູ່​ຢູ​ແກຼນ. ກ່ອນ​ການ​ເຈລະຈາ​ດັ່ງກ່າວພຽງ 2 – 3 ຊົ່ວ​ໂມງ, ກຳລັງ​ທວງ​ເອົາ​ເອກະ​ລາດ ​ໄດ້​ກ່າວ​ຫາ​ກອງທັບລັດຖະບານ​ໄດ້​ບຸກ​ໂຈມ​ຕີ ​ເຮັດ​ໃຫ້​ສະມັນ​ຊົນ 3 ຄົນ​ເສຍ​ຊີວິດ. ​ໃນ​ຂະນະ​ນັ້ນ, ກອງທັບ Kiev ​ໃຫ້​ຮູ້​ວ່າ, ມີ​ພົນທະຫານ​ຄົນ 1 ຖືກ​ເສຍ​ຊີວິດ ​ແລະ ກ່າວຫາບັນດາ​ມື​ປືນ​ທວງ​ເອົາ​ເອກະລາດ ​ໄດ້​ດຳ​ເນີນ​ການ​ຍິງ​ປືນ​ໃຫຍ່​ເຊິ່ງ​ໄດ້​ຮັບ​ຖື​ວ່າ​​ແມ່ນດຸ​​ເດືອດທີ່​ສຸດ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ ​ແນ​ໃສ່​ເຂດ​ທີ່​ມີ​ຄວາມ​ສະຫງົບສຸກ​ພໍ​ສົມຄວນ​ຢູ່​ເຂດ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ