(ພາບປະກອບ: tienphong.vn)
(vovworld) - ສຳນັກຂ່າວສານ MENA ຂອງອີຢີບ ໃຫ້ຂ່າວວ່າ: ມີຜູ້ຖືກບາດເຈັບຢ່າງໜ້ອຍສຸດ 190 ຄົນ ໃນບັນດາການປະທະກັນລະຫວ່າງຜູ້ແຫ່ຂະບວນປະທ້ວງຝ່າຍຄ້ານ ກັບບັນດາຊາວມຸດສະລິມ ຢູ່ມໍ່ກັບສຳນັກງານຂອງອົງການອ້າຍນ້ອງຊາວມຸດສະລິມ (MB) ກຳອຳນາດຢູ່ນະຄອນຫຼວງກາຍໂຣ ແລະ ນະຄອນອື່ນໆໃນທົ່ວປະເທດອີຢີບ ໃນວັນທີ 22/3. ວົງການເຈົ້າໜ້າທີ່ອີຢີບ ໃຫ້ຮູ້ວ່າ: ໄລ່ສະເພາະຢູ່ນະຄອນຫຼວງກາຍໂຣ ກໍ່ມີກ່ວາ 160 ຄົນຖືກບາດເຈັບແລ້ວ, ໃນນັ້ນ, ມີ 127 ຄົນຕ້ອງເຂົ້າໂຮງໝໍເພື່ອປິ່ນປົວ. ບັນດາຜູ້ແຫ່ຂະບວນປະທ້ວງໄດ້ເຜົາລົດເມ 4 ຄັນຂອງອົງການອ້າຍນ້ອງຊາວມຸດສະລິມ (MB), ຈັບຕົວ ແລະ ຕົບຕີສະມາຊິກ 3 ຄົນຂອງອົງການນີ້.