ການປະມູນລາຄາກຸສົນສະໜັບສະໜູນ ເດັກນ້ອຍຫວຽດນາມ ຢູ່ອາເມລິກາ

ການປະມູນລາຄາກຸສົນສະໜັບສະໜູນ ເດັກນ້ອຍຫວຽດນາມ ຢູ່ອາເມລິກາ - ảnh 1

(ພາບປະກອບ)

(VOV)- ລາຍການ​ສະ​ແດງ​ສິລະ​ປະ ​ແລະ ການ​ປະມູນ​ລາຄາ​ສ້າງ​ກອງ​ທຶນ​ສະໜັບສະ​ໜູນ​ເດັກ​ພິການ​ຢູ່​ພາກ​ກາງ​ຫວຽດນາມ ຫາ​ກໍ່​ຖືກ​ຈັດ​ຂຶ້ນ​ຢູ່ “ບ້ານ​ຫວຽດນາມ ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ ປະ​ເທດ​ອາ​ເມ​ລິ​ກາ“. ນີ້​ແມ່ນ​ການ​ປະມູນ​ລາຄາ​ບັນດາ​ຜະລິດ​ເຕະ​ພັນ​ວິຈິດ​ສິນ ​ແລະ ​ເຄື່ອງ​​ຫັດຖະກຳ​ໃນ​ຂອບ​ເຂດ​ເຫດການ​ວັດທະນະທຳ ​ແລະ ອາຫານ​ການ​ກິນ ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ສົມທົບ​ກັບກອງ​ທຶນ​ຮັບ​ໃຊ້​ວົງ​ຄະນະ​ຍາດ​ສາກົນ​ຈັດ​ຂຶ້ນ ​ເພື່​ອ​ແນ​ໃສ່ສ້າງກອງ​ທຶນ​ສະໜັບສະ​ໜູນ​ເດັກ​ພິການ​ຢູ່​ພາກ​ກາງ​ຫວຽດນາມ. ບໍລິສັດ​ເສື້ອ​ຍາວ​ທີ່​ມີ​ຊື່​ສຽງ Ngan An ​ໄດ້​​ໃຊ້ເງິນ​ສ່ວນ​ຕົວ​ເພື່ອ​ນຳ​ບັນດາ​ຊຸດ​ເສື້ອ​ຍາວ​ໂດ​ຍບັນດາ​ນັກ​ອອກ​ແບບ​ກະກຽມ​ສະ​ເພາະ​ໃຫ້​ແກ່​ລາຍການ​ດັ່ງກ່າວ​ຈາກ​ຫວຽດນາມ ​ໄປ​ອາ​ເມ​ລິ​ກາ. ​ເອື້ອຍ Nguyen Anh Thu ນັກ​ອອກ​ແບບ​ຕົ້ນຕໍ​ຂອງ​ບໍລິສັດ ​Ngan An ໃຫ້​ຮູ້​ວ່າ:

   “​ໂດຍ​ແມ່ນ​ນັກທຸລະກິດ, ນອກຈາກ​ວຽກ​ງານ​ແລ້ວ,​ ຂ້າພະ​ເຈົ້າ​ໄດ້​ມຸ້ງ​ໄປ​ເຖິງ​ບັນດາ​ການ​ເຄື່ອນ​​ໄຫວ​ກຸສົນ ​ແລະ ຢາກ​ປະກອບສ່ວນ​ເລັກ​ໜ້ອຍ​ໃຫ້​ແກ່​ວົງ​ຄະນາ​ຍາດ. ຂ້າພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ລາຍການ​ທີ່​ຕົນເອງ​ຈຳ​ເປັນຕ້ອງ​ເຂົ້າຮ່ວມ ​ແລະ ນຳ​​ເອົາຊຸດ​ເສື້ອ​ຍາວ​ມາມອບ​​ໃຫ້ສະຖານທູດເພື່ອ​ປະມູນ​ລາຄາ​ເຮັດ​ການ​ກຸສົນ. ບັນດາ​ນາງ​ແບບ​ລ້ວນ​ແຕ່​ແມ່ນ​ພັນ​ລະ​ຍາ​ຂອງ​ພະນັກງານພາລະ​ກອນ​ສະຖານທູດ ​ແລະ ນັກ​ສຶກສາ​ຫວຽດນາມ ພວມຮ່ຳຮຽນ​ຢູ່​ອາ​ເມ​ລິ​ກາ“.

 

 

ຂ່າວ/ບົດ​ອື່ນ