ການຜັນແປຂອງໂລກລະບາດ Covid-19 ຢູ່ຫຼາຍປະເທດ

(VOVWORLD) -ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ຢືນຢັນວ່າ, ໂລກລະບາດ Covid-19 ແມ່ນໂລກລະບາດທີ່ສາມາດຄວບຄຸມໄດ້ ຖ້າຫາກບັນດາປະເທດເພີ່ມທະວີມາດຕະການເພື່ອຮັບມື.

ການຜັນແປຂອງໂລກລະບາດ Covid-19 ຢູ່ຫຼາຍປະເທດ - ảnh 1 ການຜັນແປຂອງໂລກລະບາດ Covid-19 ຢູ່ຫຼາຍປະເທດ

(ພາບ: TTXVN)

ວັນທີ 12 ມີນາ, ທ່ານ ໝີຟອງ, ໂຄສົກຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ (NHC) ໃຫ້ຮູ້ວ່າ, ປະເທດນີ້ໄດ້ຜ່ານໄລຍະຈຸດສູງຂອງໂລກພະຍາດ Covid-19 ແລ້ວ. ຕາມບົດລາຍງານຫຼ້າສຸດຂອງ NHC ໃຫ້ຮູ້ວ່າ, ວັນທີ 11 ມີນາ, ຢູ່ຈີນ ມີ 11 ກໍລະນີເສຍຊີວິດຕື່ມອີກ, ໃນນັ້ນ 10 ກໍລະນີ ແມ່ນຢູ່ແຂວງ ຮູເປີຍ, 1 ກໍລະນີແມ່ນຢູ່ແຂວງ ສານຊີ. ຜູ້ຕິດໂລກພະຍາດໃໝ່ມີ 15 ກໍລະນີ.

        ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ຢືນຢັນວ່າ, ໂລກລະບາດ Covid-19 ແມ່ນໂລກລະບາດທີ່ສາມາດຄວບຄຸມໄດ້ ຖ້າຫາກບັນດາປະເທດເພີ່ມທະວີມາດຕະການເພື່ອຮັບມື. ເຖິງແນວນັ້ນກໍ່ຕາມ, ໃນຕົວຈິງ, ຈຳນວນຜູ້ຕິດເຊື້ອໄວຣັດນີ້ຍັງເພີ່ມຂຶ້ນຢ່າງວ່ອງໄວໃນທົ່ວໂລກ. ໄລ່ຮອດຕອນຄໍ່ຳວັນທີ 12 ມີນາ, ຈຳນວນຜູ້ຕິດເຊື້ອພະຍາດໄວຣັດ SARS-CoV-2 ໃນທົ່ວໂລກໄດ້ຂຶ້ນເຖິງ 129.641 ຄົນ ແລະ ມີ 4.749 ຄົນເສຍຊີວິດ. ໂລກລະບາດໄດ້ເກີດຂຶ້ນ ແລະ ແຜ່ລະບາດຢູ່ 125 ປະເທດ ແລະ ເຂດແຄວ້ນ.

        ວັນທີ 12 ມີນາ, ຢູ່ສ.ເກົາຫຼີ, ຈຳນວນຜູ້ຕິດເຊື້ອພະຍາດ Covid-19 ຢູ່ປະເທດນີ້ໄດ້ເພີ່ມຂຶ້ນ 114 ຄົນ, ຍົກຈຳນວນຜູ້ຕິດເຊື້ອໂລກພະຍາດນີ້ຂຶ້ນເປັນ 7.869 ກໍລະນີ, ເສຍຊີວິດຕື່ມອີກຂຶ້ນ 6 ຄົນ ຍົກຈຳນວນຜູ້ເສຍຊີວິດຂຶ້ນເປັນ 66 ກໍລະນີ, ໃນນັ້ນມີ 333 ກໍລະນີໄດ້ປິ່ນປົວຫາຍດີ; ຢູ່ຍີ່ປຸ່ນ ມີ 23 ກໍລະນີເສຍຊີວິດ ແລະ 1.337 ກໍລະນີຕິດເຊື້ອພະຍາດ Covid-19; ຢູ່ອີຣານ ໄດ້ມີ 75 ກໍລະນີເສຍຊີວິດ ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຍົກຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອໂລກລະບາດ Covid-19 ຂຶ້ນເປັນ 429 ກໍລະນີ; ຢູ່ອີຕາລີ ໄດ້ມີ 2.300 ກໍລະນີຕິດເຊື້ອໂລກພະຍາດ Covid-19 ຕື່ມອີກ, ຍົກຈຳນວນຜູ້ຕິດເຊື້ອໂລກພະຍາດ Covid-19 ຂຶ້ນເປັນ 12.462 ກໍລະນີ, ມີ827 ກໍລະນີເສຍຊີວິດ; ຢູ່ແອັດສະປາຍ ຈຳນວນຜູ້ຕິດເຊື້ອໂລກພະຍາດ Covid-19 ແມ່ນ 2.968 ກໍລະນີ, ມີຜູ້ເສຍຊີວິດແມ່ນ 84 ກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ