(ພາບປະກອບ)
(vovworld) - ທີ່ກອງປະຊຸມຂ່າວປະຈຳເດືອນເມື່ອຕອນບ່າຍວັນທີ 01/04, ກະຊວງອຸດສາຫະກຳການຄ້າ ໃຫ້ຮູ້ວ່າ, ສະພາບການຜະລິດອຸດສາຫະກຳໃນຊຸມເດືອນຕໍ່ໜ້າຈະດີກວ່າ ຍ້ອນນັ້ບແຕ່ຕົ້ນເດືອນ 2, ບັນດາວິສາຫະກິດພາຍໃນປະເທດມີທ່າອ່ຽງເພີ່ມການນຳເຂົ້າວັດຖຸດິບ. ນີ້ອາດຖືວ່າ ແມ່ນສັນຍານທີ່ດີໃຫ້ການຟື້ນຟູການຜະລິດ. ບັນດານະໂຍບາຍໜູນຊ່ວຍຂອງລັດເລີ່ມມີປະໂຫຍດ, ປະກອບສ່ວນຊຸກຍູ້ການເຕີບໂຕຂອງຕະຫຼາດ, ໂດຍສະເພາະແມ່ນບັນດາວັດສະດຸກໍ່ສ້າງ. ທ່ານ ຫງວຽນແທງຮ່ວາ, ຮອງຫົວໜ້າກົມແຜນການ, ກະຊວງອຸດສາຫະກຳການຄ້າໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າເຫັນວ່າ ການຜະລິດອຸດສາຫະກຳມີສັນຍານທີ່ດີ. ໃນນັ້ນ, ມີບາງຂະແໜງສິນຄ້າຄື ເຄື່ອງຕໍ່າແຜນຕັດຍິບ, ເກີບໜັງ, ໃບສັ່ງຊື້ສິນຄ້າງວດທີ 2 ທີ 3 ໄດ້ມີຢູ່ແລ້ວ. ສິ່ງດັ່ງກ່າວກໍສະແດງໃຫ້ເຫັນວ່າ ວົງເງິນສົ່ງອອກຂອງບັນດາວິສາຫະກິດພາຍໃນປະເທດໃນ 3 ເດືອນຜ່ານມາໄດ້ເພີ່ມຂຶ້ນ 10%. ຖ້າຫາກວ່າໃນເດືອນ 12/2012, ການສົ່ງອອກຂອງວິສາຫະກິດສ່ວນຫຼາຍບໍ່ເພີ່ມຂຶ້ນ, ແຕ່ໃນງວດນີ້ໄດ້ສະແດງໃຫ້ເຫັນວ່າ ທ່າອ່ຽງພັດທະນາການຜະລິດໄດ້ເພີ່ມຂຶ້ນ”.
ແລະກໍຕາມກະຊວງອຸດສາຫະກຳການຄ້າແລ້ວ, ວົງເງິນສົ່ງອອກໃນງວດທີ 1 ຄາດວ່າບັນລຸ ເກືອບ 30 ຕື້ USD ເພີ່ມຂຶ້ນ 19,7% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2012. ໃນນັ້ນ, ການສົ່ງອອກຂອງໝວດສິ້ນຄ້າອຸດສາຫະກຳຜະລິດປຸງແຕ່ງໄດ້ຮັບການເຕີບໂຕໃນລະດັບສູງສຸດແມ່ນ 31,8%.