ການພົບປະຂັ້ນສູງລະຫວ່າງອາເມລິກາ - ຈີນ ຢູ່ນອກກອງປະຊຸມ EAS

ການພົບປະຂັ້ນສູງລະຫວ່າງອາເມລິກາ - ຈີນ ຢູ່ນອກກອງປະຊຸມ EAS - ảnh 1
ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ປາວ ​​ພົບ​ປະ​ກັບ
​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
(ພາບ: AP)


(vovworld) -     ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 7 (EAS 7) ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ພະນົມ​ເປັນ, ປະ​ເທດ​ກຳ​ປູ​ເຈຍ, ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ປາວ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama, ​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ການຮ່ວມ​ມື​ສອງ​ຝ່າຍ. ​ໃນ​ການ​ພົບປະ​ເປັນ​ຄັ້ງ​ທຳ​ອິດ​ກັບ​ການ​ນຳ​ຈີນ ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Obama ​ໄດ້​ຮຽກ​ຮ້ອງ​ໃຫ້​ສອງ​ຝ່າຍ “ສ້າງບັນດາ​ກົດ​ລະບຽບ​ຢ່າງ​ຈະ​ແຈ້ງ” ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ປະທານາທິບໍດີ​ອາ​ເມ​ລິກາ ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ຈີນ ​ເພາະ​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ມີ​ບົດບາດ​ສຳຄັນ​ສຳລັບ​ຄວາ​ມໝັ້ນຄົງ, ວັດ​ທະນາ​ຖາວອນ​ຢູ່​ອາຊີ - ປາຊີ​ຝີ​ກ ກໍ​ຄື​ຢູ່​ໃນ​ໂລກ. ທ່ານ​ Obama ຍັງ​ຮຽກຮ້ອງ​ໃຫ້ການ​ນຳ​ສອງ​ປະ​ເທດ​ຮັກສາ​ການ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ຮັບ​ມື​ກັບ​ບັນດາສິ່ງ​ທ້າ​ທາຍ.

        ສ່ວນ​ທ່ານ​ນາຍົກລັດຖະມົນຕີ ເວີນ​ເຈຍ​ປາວ ​​ກໍ່ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຍັງ​ມີບັນດາ​ຄວາມ​ແຕກ​ຕາງ​ກັນ ​ແລະ ຄວາມ​ບໍ່​ລົງ​ລອຍ​ກັນ​ ​ແຕ່​ສາມາດ​ແກ້​ໄຂ​ໄດ້​. ທ່ານ​ນາຍົກລັດຖະມົນຕີ ເວີນ​ເຈຍ​ປາວ ປາດ​ຖະນາ​ວ່າ ສອງ​ປະ​ເທດ​ຈະສົມ​ທົບ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລວມ, ພ້ອມທັງ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ທາ​ບທາມ​ຄວາມ​ເຫັນກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ປັບປຸງບັນດາ​ວຽກ​ງານ​ທີ່​ສຳຄັນ​ຂອງ​ສາກົນ ​ແລະ ພາກ​ພື້ນ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ອາຊີ - ປາຊີ​ຝີ​ກ.

ຂ່າວ/ບົດ​ອື່ນ