ການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີວ່າການກະຊວງປ້ອງກັນປະເທດຈີນແລະອາຊຽນ

ການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີວ່າການກະຊວງປ້ອງກັນປະເທດຈີນແລະອາຊຽນ - ảnh 1
ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ແລະ ຈີນ
ພາບ:qdnd

(vovworld)- ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ແລະ ລັດ​ຖະ​ມົນ​ຕີ​​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທ​ດ​ອາ​ຊຽນ ດຳ​ເນີນ​ໄປ​ຢູ່ ປັກ​ກີງ ໃນ​ວັນ​ທີ 16/10 ແມ່ນ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ຄັ້ງ​ທີ 5 ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ. ພົນ​ເອກ ຟຸ່ງກວາງ​ແທງ, ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ນຳ​ຫນ້າຄະ​ນະ​ຜູ້​ແທນ​ຂັ້ນ​ສູງກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມເຂົ້າ​ຮ່ວມ.

ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ຈີນ ໄດ້​ຢືນ​ຢັນ: ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ໃນ​ຈ​ຂົງ​ເຂດ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແມ່ນ​ປັດ​ໄຈ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຈີນ - ອາ​ຊຽນ.  ຈີນ ປາດ​ຖະ​ຫນາ​​ຢາກພ້ອມ​ກັບ ອາ​ຊຽນ ຮ່ວມ​ມື ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ລັດ​ຖະ​ມົນ​ຕີ 10 ປະ​ເທດ ອາ​ຊຽນ ຢືນ​ຢັນ: ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ ມີ​ຄວາມ​ໝາຍ​ເປັນ​ຕາຍ​ສຳ​ລັບ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ປາດ​ຖະ​ຫນາ​ຈີນ ແລະ ອາ​ຊຽນ ຖື​ກົດ​ໝາຍ​ສາ​ກົນ ແມ່ນ​ມາດ​ຖານ​ຕົ້ນ​ຕໍ, ພິ​ເສດ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 ເປັນ​ພື້ນ​ຖານ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະ​ຕິ​ບັດ​ຖ​ະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຢ່າງ​ເຂັ້ມ​ງວດ ແລະ ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂດຍ​ໄວ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ພາຍ​ຫລັງ​ກອງ​ປະ​ຊຸມ, ທ່ານ ຟຸ່ງກວາງ​ແທງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ທີ່​ການ​ພົບ​ປະ, ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ບໍ່​ພຽງ​ແຕ່​ຍົກ​ອອກ​ບັນ​ດາ​ແນວ​ຄວາມ​ຄິດ, ທັດ​ສະ​ນະ, ແຜນ​ນະ​ໂຍ​ບາຍ, ມາດ​ຕ​ະ​ການເທົ່າ​ນັ້ນ ສິ່ງ​ສຳ​ຄັນ​ໄດ້​ປຶກ​ສ​າ​ຫາ​ລື​ມາດ​ຕະ​ການ ເພື່ອ​ຫັນ​ການ​ກະ​ທຳ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ຈີນ ເຂົ້າ​ຕົວ​ຈິງ, ນອກນັ້ນ ຍັງ​ປຶກ​ສາ​ຫາ​ລື​ບັນ​ດາ​ກົນ​ໄກ​ເພື່ອ​ຮ່ວມ​ມື​ລະ​ອຽດ​ລະ​ຫວ່າງ​ສອງ​ຝ່າຍ.”

ຂ່າວ/ບົດ​ອື່ນ