ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ 2012

ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ 2012 - ảnh 1
ທ່ານ​ Pham Van Mai ພົບປະກັບປະຊາຊົນຢູ່​ແຂວງ​ຄຳ​ມ່ວນ
( ພາບ: thanhnien.com.vn )

(vovworld) -     ວັນ​ທີ 22/8, ມີ​ຜູ້​ແທນ 60 ຄົນທີ່​ຕາງໜ້າ​ໃຫ້​ບັນດາ​ອົງການ​ຊ່າວ​ໜຸ່ມຫວຽດນາມ ​ໂດຍ​ທ່ານ​ເລຂາ​ຜູ້ປະຈຳການຄະນະ​ບໍລິຫານ​ງມານ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈິ​ມິນ Pham Van Mai ​​ນຳ​ໜ້າ, ​ໄດ້​ໄປ​ຮອດແຂວງ​ບໍລິ​ຄຳ​ໄຊ, ​ເລີ່ມຕົ້ນລາຍການ ພົບ​ປະ​​ແລກປ່ຽນ​ກັບ​ອົງການ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ​ແຕ່​ວັນ​ທີ 22 – 28/8/2012. ພາຍຫຼັງ​ທີ່​ມາ​ຮອດ​ແຂວງ ບໍລິ​ຄຳ​​ໄຊ, ຄະນະ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ໂຄງການ​ບ້ານ​ມິດຕະພາບ​ຊາວ​ໜຸ່ມ​ຊາຍ​ແດນ​ຫວຽດນາມ - ລາວ ຢູ່​ເມືອງ​ຄຳ​ເກີດ, ​ໂຄງການ​ໂດຍ​ລັດຖະບານ​ຫວຽ​ດນາມ ອຸປະຖຳ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານເລຂາ​ຜູ້ປະຈຳການຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈິ​ມິນ Pham Van Mai  ​ໄດ້​ຫວນ​ຄືນ​ມູນ​ເຊື້ອ​ຮ່ວມ​ມື​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ຫຼາຍ​ປີຜ່ານມາ. ພິ​ເສດ, ອົງກາ​ນຊາວ​ໜຸ່ມ​ສອງ​ປະ​ເທດ ​ໄດ້​ປະກອບສ່ວນ​ສຳຄັນ​​ເຂົ້າໃນ​ການ​ຮັກສາ, ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ​ຫວຽດນາມ - ລາວ.

ວັນ​ທີ 23/8, ອົງການ​ຊາວ​ໜຸ່ມ​​ກອມ​ມູນິດ​​ໂຮ່ຈິ​ມິນ ສືບ​ຕໍ່​ເດີນທາງ​ໄປຍັງ​ບັນດາ​ແຂວງ​ພາກ​ໃຕ້​ຂອງ​ລາວ​ຄື; ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ສາລາ​ວັນ ​ແລະ ຈຳ​ປະ​ສັກ, ຢ້ຽມຢາມ​ເຂດ​ອາ​ນຸສອນ​ສະຖານ​ປະທານ​ໂຮ່ຈິ​ມິນ ຢູ່​ແຂວງ​ຄຳ​ມ່ວນ; ​ເປີດ​ສະຫຼອງສູນ​ກອມ​ພິ​ວເຕີ ພັດທະນາ​ວຽກ​ງານ​ຊາວ​ໜຸ່ມ, ຢ້ຽມຢາມ​ເຂດ​ເສດຖະກິດ​ພິ​ເສດ ສະຫວັນ​​​ເຊ​ໂນ, ຢູ່​ແຂວງ​ສະຫວັນ​ນະ​ເຂດ…

ຂ່າວ/ບົດ​ອື່ນ