ການເຄື່ອນໄຫວສະເຫລີມສະຫລອງໄຊຊະນະຟາດຊີດ
ພາບ:AFP/TTXVN
|
(vovworld)- ການພົບປະສົນທະນາດັ່ງກ່າວໂດຍສະມາຄົມນັກຮົບເກົ່າລັດເຊຍ ຢູ່ຫວຽດນາມ ສົມທົບກັບສະມາຄົມມິດຕະພາບລັດເຊຍ-ຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 29/4 ຢູ່ ມົດສະກູ ເນື່ອງໃນໂອກາດສະເຫລີມສະຫລອງໄຊຊະນະດ້ຽນບຽນຝູຂອງຫວຽດນາມ(7/5/1954) ແລະ ໄຊຊະນະຂອງກອງທັບແດງໂຊວຽດໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່(9/5/1945). ກ່າວຄຳເຫັນທີ່ການພົບປະສົນທະນາ, ບັນດາຜູ້ຊ່ຽວຊານໂຊວຽດ ໄດ້ເນັ້ນຫນັກວ່າ: ໄຊຊະນະ ດ້ຽນບຽນຝູ ແມ່ນໄຊຊະນະຂອງການປະສານສົມທົບລະຫວ່າງຍຸດທະສາດການທະຫານທັນສະໄຫມກັບສິລະປະສົງຄາມກອງຫລອນຂອງຫວຽດນາມ. ໄຊຊະນະນີ້ບໍ່ພຽງແຕ່ນຳມາເຊິ່ງສັນຕິພາບໃຫ້ແກ່ຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນສ້າງສັນຕິພາບຢູ່ ອິນດູຈີນ, ເຮັດໃຫ້ພວກລ່າເມືອງຂຶ້ນຝລ່ັງ ຕ້ອງເຊັນສັນຍາ ເຊີແນວ.