ການພົບປະສົນທະນາຂັ້ນສູງ ຫວຽດນາມ - ເກຼັກ
(VOVWORLD) -ສອງຝ່າຍເຫັນດີຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ເວທີປາໄສສາກົນ ແລະ ພາກພື້ນ, ແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ, ມີບັນຫາຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນການຄວາມສະຫງົບ, ປອດໄພ, ສິດເສລີໃນການເດີນເຮືອໃນພາກພື້ນ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟູກ ແລະ ທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou |
ວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟູກ ແລະ ທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou ໄດ້ດຳເນີນການພົບປະສົນທະນາ. ການນຳສອງປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ບໍ່ພຽງແຕ່ລະຫວ່າງຜູ້ແທນຂັ້ນສູງເທົ່ານັ້ນ ຫາກຍັງຢູ່ຂັ້ນກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດລະຫວ່າງສອງປະເທດອີກດ້ວຍ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງ ປະທານາທິບໍດີ ເອຢິບ Katerina Sakellaropoulou ກໍເຫັນດີພ້ອມກັນມານະພະຍາຍາມຊຸກຍູ້ການພົວພັນທາງດ້ານເສດຖະກິດ, ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດສອງປະເທດເພີ່ມທະວີການພົບປະ, ແລກປ່ຽນປະສົບການ ແລະ ເຊື່ອມຕໍ່ຄູ່ເຈລະຈາ, ສຸມໃສ່ບັນດາຂົງເຂດເຊິ່ງ ຫວຽດນາມ ມີຄວາມຕ້ອງການ ແລະ ເກຼັກ ມີທ່າແຮງຄື ການຕໍ່ກ່ຳປັ່ນ, ສ້ອມແປງກ່ຳປັ່ນ, ສະໜອງການບໍລິການຂົນສົ່ງທາງທະເລ, ພະລັງງານ, ກະສິກຳ… ພ້ອມດຽວກັນນັ້ນ ກໍເຫັນດີຊຸກຍູ້ການເຈລະຈາເພື່ອສ້າງກອບນິຕິກຳ ສັນຍາວ່າດ້ວຍການບໍ່ເກັບພາສີຊ້ອນ ແລະ ສັນຍາວ່າດ້ວຍການຂົນສົ່ງທາງທະເລ ໃຫ້ສົມບູນແບບ.
ການພົບປະສົນທະນາຂັ້ນສູງ ຫວຽດນາມ - ເກຼັກ |
ການນຳສອງປະເທດກໍເຫັນດີຍູ້ແຮງການຮ່ວມມືໃນຂົງເຂດອື່ນໆຄື ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ກິລາ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ. ສອງຝ່າຍເຫັນດີຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ເວທີປາໄສສາກົນ ແລະ ພາກພື້ນ, ແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ, ມີບັນຫາຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນການຄວາມສະຫງົບ, ປອດໄພ, ສິດເສລີໃນການເດີນເຮືອໃນພາກພື້ນ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).