ການພົບປະແລກປ່ຽນລະຫວ່າງນັກທຸລະກິດຫວຽດນາມ, ລາວ, ກຳປູເຈຍ ແລະ ຝລັ່ງ

ການພົບປະແລກປ່ຽນລະຫວ່າງນັກທຸລະກິດຫວຽດນາມ, ລາວ, ກຳປູເຈຍ ແລະ ຝລັ່ງ - ảnh 1
ການ​ພົບ​ປະ​ແລກປ່ຽນນັກທຸລະກິດ​
ຫວຽດນາມ, ລາວ, ກຳ​ປູ​ເຈຍ ​ແລະ ຝລັ່ງ
(ພາບ: vietnamplus.vn)


(vovworld) -     ທີ່​ນະຄອນຫຼວງ​ປາຣີ, ປະ​ເທດ​ຝລັ່ງ ຫາ​ກໍ​ດຳ​ເນີນ​ການ​ພົບ​ປະລະ​ຄັ້ງ​ທີ 10 ຫວ່າງ​ສະ​ໂມ​ສອນ​ນັກທຸລະກິດຫວຽດນາມ, ລາວ, ກຳ​ປູເຈຍ ​ແລະ ຝລັ່ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກທຸລະກິດ​ເກືອບ 100 ຄົນ. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ, ການ​ເມືອງ​ສາກົນ ​ແລະ ພາກ​ພື້ນ, ກໍ​ຄື​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຄ້າຂາຍ, ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ 3 ປະ​ເທດຫວຽດນາມ, ລາວ ​ແລະ ກຳ​ປູເຈຍ, ກໍ​ຄື​ລະຫວ່າງ 3 ປະ​ເທດ​ນີ້​ກັບບັບດາ​ຄູ່​ຮ່ວມ​ມື​ຝລັ່ງ. ທີ່​ການ​ພົບ​ປະ, ທ່ານ Nguyen Canh Cuong, ທີ່​ປຶກສາ​ດ້ານ​ການ​ຄ້າ ສະຖານທູດ​ຫວຽດນາມ ປະຈຳ​ຝລັ່ງ ​ໄດ້​ເນັ້ນ​ໜັກ​ວ່າ ການ​ພົບ​ປະ​ຄັ້ງ​ນີ້​ຈະຊ່ວຍ​ໃຫ້​ອົງ​ການ​ການ​ຄ້າ​ສຳ​ພັດ​ກັບ​ບັນດາ​ວິ​ສາ​ຫະກິດ​ປະ​ເທດຝລັ່ງ ​ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະກິດ​ຫວຽດນາມ ຊອກ​ຫາ​ຄູ່​ຮ່ວມ​ມື​ທີ່​ເໝາະ​ສົມ. ກົງກັນຂ້າມ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ກໍ​ມີ​ໂອກາດ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ຜະລິດ, ການ​ສົ່ງ​ອອກ​ນຳ​ເຂົ້າ​ຫຼາຍ​ຂະ​ແໜງ ​ຫຼື ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບສິນຄ້າ.

ຂ່າວ/ບົດ​ອື່ນ