ການພົບປະແລກປ່ຽນວັດທະນະທຳລະຫວ່າງນຶກສຶກສາປະເທດຕ່າງໆຢູ່ລາວຄັ້ງທີ 1

ການພົບປະແລກປ່ຽນວັດທະນະທຳລະຫວ່າງນຶກສຶກສາປະເທດຕ່າງໆຢູ່ລາວຄັ້ງທີ 1  - ảnh 1
​ງານ​ແລກ​ປ່ຽນ​ປ່ຽນ​ວັດ​ທະ​ນະ​ທຳ​ນັກ​ສຶກ​ສາ​ນາໆ​ຊາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ


(vovworld)- ຕອນ​ເຊົ້າ​ວັນ​ທີ 17/2, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ທີ່​ນະ​ຄອນຫຼວງວຽງ​ຈັນ​ໄດ້​ດຳ​ເນີນ​ງານ​ພົບ​ປະ​ແລກ​ປ່ຽນ ແນະ​ນຳ​ຈຸດ​ພິ​ເສດ​ສະ​ເພາະ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ນັກ​ສຶກ​ສາ​ປະ​ເທດ​ຕ່າງໆ​ຊຶ່ງ​ພວມ​ຮ່ຳ​ຮຽນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ.  ເຂົ້າ​ຮ່ວມ​ການ​ພົບ​ປະ​ແລກ​ປ່ຽນ​ມີ​ບັນ​ດາ​ນັກ​ສຶກ​ສາ​ລາວ, ຫວຽດ​ນາມ, ກຳ​ປູ​ເຈຍ, ສ. ເກົາຫຼີ, ຈີນ. ໂຮ່​ເຢືອງ ນັກ​ສຶກ​ສາ​ຫວຽດ​ນາມ​ປີ​ທີ 3 ພະ​ແນກ​​ວັນ​ນະ​ຄະ​ດີພາ​ສາ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ເປີດ​ເຜີຍ​ວ່າ :

     “ເຂົ້າ​ຮ່ວມ​ການ​ພົບ​ປະ​ແລກ​ປ່ຽນໃນ​ຄັ້ງ​ນີ້, ພວກ​ນ້ອງ​ຢາກແນະ​ນຳ​ຈຸດ​ພິ​ເສດ​ສະ​ເພາະ​ທາງ​ດ້ານ​ວັດ​ທະ​ນະ​ທຳຂອງ​ຫວຽດ​ນາມ​ໃຫ້​ແກ່​ບັນ​ດາ​ເພື່ອນ​ມິດ​ສາ​ກົນ​ອ, ນັກ​ສຶກ​ສາ, ຄູ່​ອາ​ຈານ​ພວມ​ສິດ​ສອນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ. ໃນ ​ການ​ພົບ​ປະ​ແລກ​ປ່ຽນ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ມີ 3 ລາຍ​ການ​ເຊັ່ນ: ລາຍ​ການ​ແນະ​ນຳ​ອາ​ຫານ​ການ​ກິນ​ຂອງ​ຫວຽດ​ນາມ, ລາຍ​ການ​ສະ​ແດງ​ຊຸດ​ອາ​ພອນ​ພື້ນ​ເມືອງ ແລະ ລາຍ​ການ​ຟ້ອນ ແລະ ຂັບ​ຮ້ອງ.  ”

ຂ່າວ/ບົດ​ອື່ນ