ການພົບປະແລກປ່ຽນສິລະປະ “ໄວໜຸ່ມຫວຽດນາມ - ລາວ ຄວາມຜູກພັນອັນສະໜິດແໜ້ນ”
ການພົບປະແລກປ່ຽນສິລະປະ “ໄວໜຸ່ມຫວຽດນາມ - ລາວ ຄວາມຜູກພັນອັນສະໜິດແໜ້ນ”
(ພາບ: thanhnienviet.vn)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ (1962 - 2012), 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ (1977 - 2012) ແລະ ຕອບສະໜອງປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ, ຕອນຄ່ຳວັນທີ 27/5, ຢູ່ແຂວງ ຮ່າຕິງ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ບໍລິສັດຮ່ວມມືພັດທະນາສາກົນ ສົມທົບກັນຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບທີ່ມີຫົວຂໍ້ວ່າ: “ໄວໜຸ່ມຫວຽດນາມ - ລາວ ຄວາມຜຸກພັນອັນສະໜິດແໜ້ນ”. ລາຍການນີ້ແມ່ນສະພາບແວດລ້ອມແຫ່ງການພົບປະແລກປ່ຽນວັດທະນະທຳໃຫ້ແກ່ບັນດາພະນັກງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດານັກສຶກສາ ລາວ ພວມດຳເນີນຊີວິດ ແລະ ຮ່ຳຮຽນຢູ່ຫວຽດນາມ ກັບພະນັກງານຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ. ກ່າວຄຳເຫັນທີ່ລາຍການພົບປະແລກປ່ຽນ, ທ່ານ Nguyen Dac Vinh, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຊີ້ແຈງວ່າ:
“ເຊິ່ງແມ່ນລຸ້ນຊາວໜຸ່ມໃນໄລຍະໃໝ່, ພວກເຮົາຮັບຮູ້ໄດ້ເຖິງຄວາມເອກອ້າງທະນົງໃຈ ແລະ ຄວາມຮັບຜິດຊອບຕໍ່ການ ເພີ່ມພູມຄູນສ້າງໃຫ້ແກ່ນ້ຳໃຈມິດຕະພາບອັນໝັ້ນຄົງຍາວນານເຊິ່ງ ລຸ້ນກ່ອນໄດ້ເພີ່ມພູນຄູນສ້າງ. ຄ່ຳຄືນພົບປະແລກປ່ຽນສິລະປະນີ້ ຄືສານສະບັບໜຶ່ງເພື່ອສົ່ງເຖິງໄວໜຸ່ມ 2 ປະເທດ ຕ້ອງສູ້ຊົນເພື່ອປັບປຸງ, ພັດທະນານ້ຳໃຈມິດຕະພາບຫວຽດນາມ - ລາວ ໃນໄລຍະໃໝ່ຢ່າງບໍ່ຢຸດຢັ້ງ”