(vovworld) - ຕອນຄຳ່ວັນທີ 29/6, ຢູ່ ປາກເຊ, ແຂວງ ຈຳປະສັກ ໄດ້ດຳເນີນຄຳ່ຄືນພົບປະແລກປ່ຽນສິລະປະນະຄອນ ໂຮ່ຈີມິນ - ແຂວງຈຳປາສັກ ເພື່ອຂຳນັບຮັບຕ້ອນບັນດາເຫດການໃຫຍ່ໃນປີນີ້ລະຫວ່າງຫວຽດນາມ ແລະ ລາວ. ມີບັນດາລາຍການຟ້ອນລຳທຳເພງທີ່ເປັນເອກະລັກສະເພາະຊຶ່ງຍ້ອງຍໍພັກ, ບ້ານເກີດເມືອງນອນຂອງ 2 ປະເທດ ຫວຽດນາມ, ລາວ, ຍ້ອງຍໍສັນລະເສີນນ້ຳໃຈສັດຊື່ບໍລິສຸດລະຫວ່າງ 2 ຊາດໄດ້ຖືກສະແດງໃນຄຳ່ຄືນນີ້. ກ່ອນໜ້ານັ້ນ, ຄະນະຜູ້ແທນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການມອບຫຼຽນໄຊມິດຕະພາບ 2 ຫຼຽນຂອງທ່ານປະທານປະເທດຫວຽດນາມ Truong Tan Sang ໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງແຂວງ ຈຳປາສັກ ແລະ ທ່ານ ສອນໄຊ ສີພັນດອນ, ເຈົ້າແຂວງແຂວງ ຈຳປາສັກ, ມອບຫຼຽນໄຊມິດຕະພາບຂອງທ່ານປະທານປະເທດຫວຽດນາມ Truong Tan Sang ໃຫ້ແກ່ທ່ານ ບົວລີ ເພັດສົງຄາມ, ຫົວໜ້າພະແນກພົວພັນຕ່າງປະເທດແຂວງ ຈຳປາສັກ ແລະ ມອບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໃຫ້ແກ່ພະແນກພົວພັນຕ່າງປະເທດແຂວງ ຈຳປາສັກ.