ການພົວພັນ ຈີນ - ອາເມລິກາ ເຄັ່ງຕຶງ ພາຍຫລັງສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍກ່ຽວກັບ ຮົ່ງກົງ

(VOVWORLD) -ໃນສະພາບການທີ່ພວມເກີດການໂຕ້ຖຽງກັນກ່ຽວກັບຂໍ້ຕົກລົງດ້ານການຄ້າ ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ຝ່າຍ, ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ເຊິ່ງພັດເຄັ່ງຕຶງຂຶ້ນຕື່ມ ເມື່ອ ວັນທີ 20 ພະຈິກ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍກ່ຽວກັບ ຮົ່ງກົງ.
ການພົວພັນ ຈີນ - ອາເມລິກາ ເຄັ່ງຕຶງ ພາຍຫລັງສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍກ່ຽວກັບ ຮົ່ງກົງ - ảnh 1 ທ່ານ ເກີງສາງ ໂຄສົກກະຊວງການຕ່າງປະເທດ ຈີນ

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ເກີງສາງ ໂຄສົກກະຊວງການຕ່າງປະເທດ ຈີນ ອີກຄັ້ງໜຶ່ງ ອອກສຽງ “ການກ່າວປະນາມຢ່າງແຮງ” ແລະ “ເດັດດ່ຽວຂັດຄ້ານ” ຂອງລັດຖະບານ ຈີນ. ທ່ານ ເກີງສາງ ໃຫ້ຮູ້ວ່າ: ການກະທຳແຊກແຊງຂອງ ອາເມລິກາ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງຜົນປະໂຫຍດຂອງ ຈີນ ເທົ່ານັ້ນ, ຫາກຍັງກໍ່ຄວາມເສຍຫາຍທັງຜົນປະໂຫຍດອັນສຳຄັນຂອງ ອາເມລິກາ ຢູ່ ຮົ່ງກົງ ອີກດ້ວຍ ແລະ ຈະບໍ່ສາມາດປະຕິບັດໄດ້ອີກຕໍ່ໄປ. ທ່ານ ເກີງສາງ ກໍ່ກ່າວເຕືອນວ່າ ຈີນ ຈະດຳເນີນບັນດາມາດຕະການໂຕ້ຕອບ ຖ້າຫາກວ່າຮ່າງກົດໝາຍສະບັບນີ້ ໄດ້ຮັບການລົງນາມເພື່ອປະກາດໃຊ້ເປັນກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ