ການພົວພັນ ອາເມລິກາ - ອິດສະຣາແອນ ແມ່ນການພົວພັນຖາວອນ

ການພົວພັນ ອາເມລິກາ - ອິດສະຣາແອນ ແມ່ນການພົວພັນຖາວອນ - ảnh 1
ປະທານາທິບໍດີ Barack Obama ,ນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ແລະປະທານາທິບໍດີ ອິດສະຣາແອນ Shimon Peres
(ພາບ: AFP/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 20/3, ກ່າວ​ຄຳ​ເຫັນ​ເພື່ອ​ໄປນະຄອນຫຼວງ Tel Aviv, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ອິດສະຣາ​ແອນ ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານາທິບໍດີ ອາ​ເມ​ລິກາ Barack Obama ຖະ​ແຫຼ​ງວ່າ: ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ ​ແມ່ນ​ການ​ພົວພັນ​​ຖາວອນ. ຢູ່​ອິດສະຣາ​ແອນ, ທ່ານ​ປະທານາທິບໍດີ Obama ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ​ຈາກ​ທ່ານ​ປະທານາທິບໍດີ Shimon Peres, ທ່ານ​ນຍົກ​ລັດຖະມົນຕີ Benjamin Netanyahu ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ລັດຖະບານ​​ໃໝ່​ຂອງ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ, ທ່ານ​ນຍົກ​ລັດຖະມົນຕີ Benjamin Netanyahu ຂອບ​ອົກ​ຂອບ​ໃຈ​ປະທານາທິບໍດີ Obama ຍ້ອນ​ໄດ້ສະໜັບສະໜູນ ອິດສະຣາ​ແອນ ​ໃນ​ຈຸດ​ເວລາ​ປ່ຽນ​​ໃໝ່​ທີ່​ມີ​ລັກສະນະ​ປະຫວັດສາດ​ນີ້ຢູ່ ຕາ​ເວັນ​ອອກ​ກາງນີ້.

        ອິດສະຣາ​ແອນ ກໍ່​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​​ການ​ປະຕິບັດ​ງານ​ຢູ່ຂອງ​ທ່ານ Obama ເຂດ​ຕາ​ເວັນ​ອອກ​ກາງ ​ເປັນ​ເວລາ 3 ວັນ​​ເພື່ອ​ສຸ​ມ​ໃສ່​ປຶກສາ​ຫາລື ກ່ຽວ​ກັບ​ວິວັດທະນາ​ການ​ສັນຕິພາບ ອິດສະຣາ​ແອນ - ປາ​ແລດ​ສະຕີ​ນ ​ແລະ ​ໂຄງການ​ນິວ​ເຄຼຍຂອງ ອີຣານ.

ຂ່າວ/ບົດ​ອື່ນ