(vovworld) - ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ New Delhi, ຕອນບ່າຍວັນທີ 14/11, ທ່ານ Janjay Singh, ລັດຖະມົນຕີການຕ່າງປະເທດອິນເດຍ ໃຫ້ຮູ້ວ່າ, ອິນເດຍ ຖືການພົວພັນຄູ່ຮ່ວມມືກັບອາຊຽນ ແມ່ນກຳລັງໜູນເພື່ອເພີ່ມທະວີການເຕີບໂຕດ້ານເສດຖະກິດ, ວັດທະນາຖາວອນ, ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນກວ່າອີກ. ຕາມທ່ານ Janjay Singh ແລ້ວ, ວົງເງິນການຄ້າອາຊຽນ - ອິນເດຍ ໃນປີ 2011 – 2012 ບັນລຸໄດ້ເກືອບ 80 ຕື້ USD, ລື່ນກ່າຍຄາດໝາຍ 70 ຕື້ USD ທີ່ໄດ້ວາງອອກໃຫ້ປີ 2012. ອິນເດຍ ແລະ ອາຊຽນ ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ກ່ຽວກັບສິນຄ້າປີ 2009 ແລະ ເລີ່ມເຄື່ອນໄຫວຢ່າງຄົບຖ້ວນເມື່ອເດືອນ 8/2011. ປະຈຸບັນ ສອງຝ່າຍພວມດຳເນີນບັນດາການເຈລະຈາກ່ຽວກັບ FTA ໃນຂົງເຂດການບໍລິການ ແລະ ການລົງທຶນ. ກ່ຽວກັບຂົງເຂດການເມືອງ - ຄວາມສະຫງົບ, ອິນເດຍ ສະໜັບສະໜູນຂໍ້ລິເລີ່ມເຊື່ອມຕໍ່ອາຊຽນ. ເລື່ອງເຊື່ອມຕໍ່ກັບອາຊຽນ ຕາມ 3 ທິດ; ພູມສາດ, ລະບຽບກົດໝາຍ ແລະ ລະຫວ່າງບັນດາປະເທດນຳກັນແມ່ນການໃຫ້ບຸລິມະສິດຂອງອິນເດຍ.