(vovworld) - ວັນທີ 16/12/2014, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບເຫດການສຳພັນທະມິດກຳອຳນາດຂອງພັກປະຊາທິປະໄຕເສລີ (LDP) ແລະ ພັກ NKP ໃນການເລືອກຕັ້ງສະພາຕຳ່ຍີ່ປຸ່ນ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານເລຫາຍບິງ ໃຫ້ຮູ້ວ່າ: ຫວຽດນາມ ອວຍພອນໄຊຊະນະຂອງສຳພັນທະມິດກຳອຳນາດຂອງພັກປະຊາທິປະໄຕເສລີ (LDP) ແລະ ພັກ NKP ໃນການເລືອກຕັ້ງສະພາຕຳ່ຜ່ານມາ. ຫວຽດນາມ ເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳນຳພາຂອງສຳພັນທະມິດກຳອຳນາດ, ປະເທດຍີ່ປຸ່ນ ຈະສືບຕໍ່ພັດທະນາ, ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ-ຍີ່ປຸ່ນ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ປັບປຸງ, ຕອບສະໜອງຜົນປະໂຫຍດ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ.