ການພົວພັນດ້ານເສດຖະກິດກຳປູເຈຍ-ຫວຽດນາມຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen ຕັດແຖບຜ້າເລີ່ມລົງມື
ກໍ່ສ້າງໂຄງການຂອງຫວຽດນາມຢູ່ກຳປູເຈຍ
|
(vovworld)- ຫນັງສືພິມລາຍວັນຂອງກຳປູເຈຍ ສະບັບອອກວັນທີ 14/6 ໄດ້ມີບົດຂຽນລົງພິມໃນຫນ້າທຳອິດດ້ວຍເນື້ອໃນຖືວ່າ: ການພົວພັນດ້ານເສດຖະກິດລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດພັດທະນາຫລາຍຢ່າງ. ໂດຍແມ່ນສະມາຊິກຂອງປະຊາຄົມເສດຖະກິດ ອາຊຽນ (AEC), ວິສາຫະກິດສອງປະເທດມີກາລະໂອກາດດີເພື່ອພ້ອມກັນເປີດກວ້າງຕະຫລາດ, ຍູ້ແຮງການສົ່ງອອກ. ສອງປະເທດມີເສັ້ນຊາຍແດນຮ່ວມຍາວກວ່າ 1.000 ກິໂລແມັດ ແລະ ມີຈຸດຄ້າຍຄືກັນຫລາຍຢ່າງກ່ຽວກັບດ້ານວັດທະນະທຳ, ສັງຄົມ, ກຳປູເຈຍ ແລະຫວຽດນາມ ພວມມຸ້ງໄປເຖິງຄາດໝາຍວົງເງິນການຄ້າສອງຝ່າຍບັນລຸ 5 ຕື້ USD/ປີ ໃນໄລຍະຈະມາເຖິງ. ບົດຫນັງສືພິມໃຫ້ຮູ້ວ່າ: ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 3 ຂອງກຳປູເຈຍ. ນອກນັ້ນ ຫວຽດນາມ ຍາມໃດກໍນຳຫນ້າກ່ຽວກັບຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ກຳປູເຈຍ ໃນຊຸມປີມໍ່ໆມານີ້ ພ້ອມທັງຫວຽດນາມ ກໍແມ່ນສະຖານທີ່ທ່ອງທ່ຽວແຖວຫນ້າຂອງນັກທ່ອງທ່ຽວ ກຳປູເຈຍ ເມື່ອໄປທ່ອງທ່ຽວຕ່າງປະເທດ.