ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ - ເຊັກໂກ

(VOVWORLD) - ຕອນຄ່ຳວັນທີ 07 ມິຖຸນາ ຢູ່ຮ່າໂນ້ຍ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ເປັນປະທານງານລ້ຽງຂ່ຳນັບຮັບຕ້ອນທ່ານປະທານາທິບໍດີ ເຊັກໂກ Milos Zeman ແລະ ພັນລະຍາ 
ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ - ເຊັກໂກ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ເຊັກໂກ Milos Zeman 

ພ້ອມດ້ວຍຄະນະຜູ້ແທນຂັ້ນສູງທີ່ພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.  ກ່າວຄຳເຫັນນະທີ່ນີ້ ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຫວນຄືນບັນດາຈຸດພົ້ນເດັ່ນໃນການພົວພັນ ຫວຽດນາມ - ສ.ເຊັກໂກ ໃນ 67 ປີຜ່ານມາ; ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ. ສ່ວນທ່ານປະທານາທິບໍດີ Milos Zeman ອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ມີອະນາຄົດພັດທະນາ, ໃນຄວາມດຸ່ນດ່ຽງລະຫວ່າງການພັດທະນາມະນຸດ ແລະ ການພັດທະນາວິທະຍາສາດ - ເຕັກນິກ.

ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ - ເຊັກໂກ - ảnh 2 ທ່ານນາງ ຫງວຽນທິກີມເງິນ ໄດ້ພົບປະກັບ ທ່ານ Milos Zeman

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະກັບທ່ານປະທານາທິບໍດີ ເຊັກໂກ Milos Zeman. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ປາດຖະໜາໃນໄລຍະຈະມາເຖິງ, ສະພາແຫ່ງຊາດ ຫວຽດນາມ ແລະ ສະພາສູງ, ສະພາຕ່ຳ ສ.ເຊັກໂກ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ 2 ຝ່າຍ ແລະ ຫລາຍຝ່າຍ. 

ຕອບກັບ

ຂ່າວ/ບົດ​ອື່ນ