ການພົວພັນລະຫວ່າງຫວຽດນາມ - ແບນຊິກ, ຫວຽດນາມ - ອີຢູ ຈະມີບາດກ້າວບຸກທະລຸ

ການພົວພັນລະຫວ່າງຫວຽດນາມ - ແບນຊິກ, ຫວຽດນາມ - ອີຢູ ຈະມີບາດກ້າວບຸກທະລຸ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ແບນ​ຊິກ ​ແລະ ປະທານ​ຄະນະ​ກຳມະການ​ເອີ​ລົບ (ອີ​ຢູ), ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຈະ​ໄປ​ຢ້ຽມຢາມ​ແບນ​ຊິກ ​ແລະ ອີ​ຢູ ຢ່າງ​ເປັນ​ທາງ​ການ, ​ແຕ່​ວັນ​ທີ 12 – 14/10. ​ເນື່ອງ​ໃນ​ໂອກາດ​ນີ້, ​ເມື່ອຕອບ​ສຳພາດ​ສື່​ມວນ​ຊົນ, ທ່ານ​ເອກອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ແບນ​ຊິກ ​ແລະ ອີ​ຢູ, ຟ້າ​ມ​ແຊງ​ເຈົາ ​ໃຫ້​ຮູ້​ວ່າ: ນີ​້ແມ່ນ​ການ​ຢ້ຽມຢາມ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ທີ່​ໄປຢ້ຽມຢາມແບນ​ຊິກ ​ແລະ ອີ​ຢູ. ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອ​ງທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຈະ​ສ້າງ​ກຳລັງ​ໜູນ​ດ້ານ​ການ​ເມືອງ ​ເພື່ອ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ ອີ​ຢູ - ຫວຽດນາມ (EVFTA) ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ ​ແລະ ​ເປີດ​ສັງກາດ​ໃໝ່​ໃນ​ການ​ຮ່ວມ​ມື​ລະຫວ່າງຫວຽດນາມ ກັບ​ແບນ​ຊິກ ​ແລະ ອີ​ຢູ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso ຈະ​ອອກ​ຖະ​ແຫຼ​ງການ​ຮ່ວມ​ດ້ານ​ການ​ເມືອງ ​ໃນ​ນັ້ນ​ກາ​ນນຳ 2 ທ່ານ​ຈະ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ລົງ​ນາມ EVFTA ​ໂດຍ​ໄວ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຫວ່າ​ອີກ ບົ່ນພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ເອກອັກຄະ​ລັດຖະທູດ ຟ້າ​ມ​ແຊງ​ເຈົາ ​ເນັ້ນ​ໜັກ​ວ່າ: ​ໂດຍ​ຮັບ​ຮູ້​ໄດ້​ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ອີ​ຢູ, ຫວຽດນານ ກຳນົດ​ວ່າ ນີ້​ແມ່ນ​ນຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັງ​ໜຶ່ງ ​ແລະ ຍາມ​ໃດຫວຽດນາມ ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ອີ​ຢູ. ອີ​ຢູ ກໍ່​ໄດ້​ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກຳນົດ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ຍຸດ​ທະ​ສາດ​ອາຊີ ຂອງ​ຕົນ.

ຂ່າວ/ບົດ​ອື່ນ