ປະທານາທິບໍດີລັດເຊຍ Vladimir Putin
ພາບ:internet
|
(vovworld)- ວັນທີ 17/7, ກ່າວຄຳເຫັນທີ່ນະຄອນ Chita, ປະທານາທິບໍດີລັດເຊຍ Vladimir Putin ຢືນຢັນວ່າ: ສາຍພົວພັນລະຫວ່າງລັດເຊຍ ແລະ ອາເມລິກາ ມີຄຸນຄ່າຫລາຍກວ່າການຖົກຖຽງກັນທີ່ກ່ຽວຂ້ອງເຖິງກໍລະນີນັກສືບຂອງອົງການສືບລາຊະການລັບສູນກາງອາເມລິກາ( CIA) Edward Snowden. ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານ Putin ຖືວ່າ: ບໍ່ຄວນເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດສັບສົນຂຶ້ນຕື່ມຍ້ອນ ສະພາບການກ່ຽວຂ້ອງເຖິງ Snowden ແລະ ບັນດາກໍລະນີຄ້າຍຄືກັນ.ທ່ານ Putin ຢືນຢັນວ່າ: ລັດເຊຍ ມີຫນ້າທີ່ສຳຄັນ, ໃນນັ້ນ ມີຈຸດໝາຍພັດທະນາສາຍພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ. ລັດເຊຍ ມີນະໂຍບາຍການຕ່າງປະເທດເອກະລາດ ແລະ ທ່ານປາດຖະຫນາວ່າ ບັນດາຄູ່ຮ່ວມມືຂອງລັດເຊຍ ຄວນໃຈເຢັນ ແລະ ເຂົ້າໃຈຈຸດໝາຍນີ້. ຂໍ້ສັງເກດຂອງທ່ານ Putin ຖືກຍົກອອກມາພາຍຫລັງ ທຳນຽບຂາວອອກສຽງຄັດຄ້ານຄຳຮຽກຮ້ອງຂອງ Snowden ຂໍໄດ້ລີ້ໄພຢ່າງປອດໄພຢູ່ລັດເຊຍ ເພື່ອຫລີກລ້ຽງໂທດກ່ຽວຂ້ອງເຖິງການຈາລະກຳຢູ່ອາເມລິກາ.