ການຢ້ຽມຢາມກຳປູເຈຍຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມຈະເພີ່ມທະວີການພົວພັນບ້ານໃກ້ເຮືອນຄຽງ
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ
ພາບ:laodong.com
|
(vovworld)- ຕອນບ່າຍວັນທີ 27/9, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມສັນຖະວະໄມຕີລາວຢ່າງເປັນທາງການ ແລະ ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ກຳປູເຈຍ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດກຳປູເຈຍ Samdech Heng Samrin. ຕ້ອນຮັບຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະຫນາມບິນສາກົນ ພະນົມເປັນ, ມີທ່ານຮອງນາຍົກລັດຖະມົນຕີກຳປູເຈຍ Mensam An, ທ່ານ Chheng Vun, ຫົວຫນ້າຄະນະກຳມະການພົວພັນຕ່າງປະເທດ,ຮ່ວມມືສາກົນ, ຖະແຫລງຂ່າວ ແລະ ສື່ສານ ພ້ອມກັບສະມາຊິກກຸ່ມລັດຖະສະພາມິດຕະພາບ ກຳປູເຈຍ - ຫວຽດນາມ ພ້ອມກັບພະນັກງານສະຖານທູດຫວຽດນາມ ປະຈຳກຳປູເຈຍ ແລະ ຜູ້ຕາງຫນ້າຊາວຫວຽດນາມ ອາໄສຢູ່ກຳປູເຈຍ.
ເນື່ອງໃນໂອກາດການຢ້ຽມຢາມສັນຖະວະໄມຕີກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 27-28/9 ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ຫນັງສືພິມ Rasmei Kampuchea ໄດ້ລົງພິມບົດ, ຮູບພາບ ແລະ ຊີວະປະຫວັດຫຍໍ້ຂອງທ່ານນາງ ຫງວຽນທິກີມເງິນ, ໃນນັ້ນ ເນັ້ນຫນັກວ່າ ການຢ້ຽມຢາມ ຈະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ລະຫວ່າງກຳປູເຈຍ ແລະ ຫວຽດນາມ. ການຢ້ຽມຢາມແມ່ນສະແດງໃຫ້ເຫັນວ່າ ຫວຽດນາມ ສືບຕໍ່ຖືເປັນສຳຄັນ ແລະ ບຸລິມະສິດຕົ້ນຕໍໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານກັບກຳປູເຈຍ. ຕາມບົດຫນັງສືພິມດັ່ງກ່າວແລ້ວ, ການຢ້ຽມຢາມກຳປູເຈຍ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ອາລົມຈິດ ຄວາມສາມັກຄີສະຫນິດຕິດພັນລະຫວ່າງຫວຽດນາມ ແລະ ກຳປູເຈຍ.