ການຢ້ຽມຢາມຈີນຂອງປະທານປະເທດ ເຈືອງເຕີນຊາງ ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ພັດທະນາ
ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຂົງຊວຽນຢ້ຽວ
(ພາບ: Minh Trường/QĐND)
(vovworld) - ໂດຍໄດ້ຮັບຄຳເຊືອເຊີນຂອງທ່ານປະທານປະເທດ ສປ ຈີນ ສືຈິ້ນຜິງ, ທ່ານປະທານປະເທດ ສສ ຫວຽດນາມ ເຈືອງເຕີນຊາງ ຈະມີການຢ້ຽມຢາມທາງລັດຖະກິດປະເທດ ຈີນ ແຕ່ວັນທີ 19 – 21/6/2013. ເມື່ອຕອບສຳພາດສື່ມວນຊົນ ຫວຽດນາມ ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຂົງຊວຽນຢ້ຽວ ຫວັງວ່າການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນ 2 ປະເທດພັດທະນາ, ພ້ອມທັງບັນລຸໄດ້ຂໍ້ຕົກລົງໃນບັນດາບັນຫາເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ດ້ານການເມືອງ, ຮ່ວມມືຢ່າງມີປະສິດທິຜົນ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນທີ່ຍັງຄົງຄ້າງລະຫວ່າງ 2 ປະເທດໃຫ້ເໝາະສົມ, ຊຸກຍູ້ການພົວພັນ ຈີນ - ຫວຽດນາມ ພັດທະນາກ້າວເຂົ້າສູ່ລະດັບສູງໃໝ່. ຕາມທ່ານເອກອັກຄະລັດຖະທູດ ຂົງຊວຽນຢ້ຽວ ແລ້ວ, ໃນປີນີ້, ພາຍໃຕ້ຄວາມມານະພະຍາຍາມລວມຂອງ 2 ປະເທດ, ການພົວພັນຮ່ວມມື, ຄູ່ຮ່ວມມືຍຸດສະສາດຮອບດ້ານ ຈີນ - ຫວຽດນາມ ສືບຕໍ່ມີບາດກ້າວພັດທະນາໃໝ່. ສິ່ງດັ່ງກ່າວສະແດງໃຫ້ເຫັນຜ່ານເລື່ອງການນຳຂັ້ນສູງ 2 ປະເທດມີການສຳຜັດເປັນປະຈຳກ່ວາ, ການພົວພັນແລກປ່ຽນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ 2 ປະເທດສືບຕໍ່ມີປະສິດທິຜົນ, ການຮ່ວມມືດ້ານເສດຖະກິດການຄ້ານັບມື້ນັບເປີດກ້ວາງ. ພາຍຫຼັງວົງເງິນການຄ້າ 2 ຝ່າຍປີ 2012 ບັນລຸ 40 ຕື້ USD, ວົງເງິນການຄ້າໄລຍະ 5 ເດືອນຕົ້ນປີ 2013 ບັນລຸ 18,9 ຕື້ USD, ເພີ່ມຂຶ້ນ 37,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 2 ຝ່າຍພ້ອມກັນມານະພະຍາຍາມຮັກສາຄວາມສະຖຽນລະພາບທາງທະເລ, ຊຸກຍູ້ການເຈລະຈາແບ່ງກຳນົດ ແລະ ພ້ອມກັນຂຸດຄົ້ນເຂດທະເລນອກປະຕູອ່າວພາກເໜືອ, ຮ່ວມມືໃນຂົງເຂດບໍ່ສະດຸງໄວປານໃດບັນທະເລ.
ເມື່ອເຕື້ອງເຖິງຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງໃນການພັດທະນາ ຫວຽດນາມ - ຈີນ, ທ່ານເອກອັກຄະລັດຖະທູດ ຂົງຊວຽນຢ້ຽວ ຢືນຢັນວ່າ: ຈີນ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກ່ຽວກັບດ້ານການເງິນ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ຮ່ວມມືຮອບດ້ານ ຈີນ - ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນ 2 ປະເທດ.