ການຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະ ອີຢິບ ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ 2 ຝ່າຍ

(VOVWORLD) - ການຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະ ອີຢິບ ຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ 2 ຝ່າຍ” ນັ້ນແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວູຮົ່ງນາມ ໃນການຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງການຢ້ຽມຢາມ.

ທ່ານຮອງລັດຖະມົນຕີ ຫວູຮົ່ງນານ ຊີ້ແຈ້ງວ່າ ການຢ້ຽມຢາມທາງລັດຖະກິດຢູ່ລັດ ເອທີໂອປີ ແລະ ອີຢິບ ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ແຕ່ວັນທີ 23 – 29 ສິງຫາ 2018 ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ, ນັບແຕ່ເນື້ອໃນການແລກປ່ຽນລະຫວ່າງທ່ານປະທານປະເທດ ແລະ ການນຳຂັ້ນສູງ 2 ປະເທດ, ບັນດາເອກະສານທີ່ໄດ້ລົງນາມກໍ່ຄືບັນດາການເຄື່ອນໄຫວຂອງວິສາຫະກິດ.

        ທັງ ເອທີໂອປີ ແລະ ອີຢິບ ໄດ້ສະຫງວນໃຫ້ ທ່ານປະທານປະເທດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ການຕ້ອນຮັບທີ່ອົບອຸ່ນ, ສົມກຽດ, ສະໜິດສະໜົມ ດ້ວຍພິທີຕ້ອນຮັບສູງສຸດທີ່ສະຫງວນໃຫ້ປະມຸກລັດ. ສິ້ນສຸດການຢ້ຽມຢາມ, ຢູ່ທັງ ເອທີໂອປີ ແລະ ອີຢິບ, 2 ຝ່າຍລ້ວນແຕ່ອອກຖະແຫຼງການຮ່ວມ, ວາງອອກບັນດາການກຳນົດທິດໃຫຍ່, ເປັນພື້ນຖານເພື່ອຊຸກຍູ້ການຮ່ວມມື 2 ຝ່າຍ ຫວຽດນາມ - ເອທີໂອປີ, ຫວຽດນາມ - ອີຢິບ ໃນໄລຍະຈະມາເຖິງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ