ການລົງທຶນຂອງຍີ່ປຸ່ນ ເຂົ້າຫວຽດນາມ ບັນລຸ 36,5 ຕື້ USD

ການລົງທຶນຂອງຍີ່ປຸ່ນ ເຂົ້າຫວຽດນາມ ບັນລຸ 36,5 ຕື້ USD - ảnh 1
(ພາບປະກອບ)

(vovworld) – ທ່ານ Shimon Tokuyama, ປະທານ​ຄະ​ນະ​ກຳມະການ​ດຳ​ເນີນ​ທຸລະ​ກິດ, ສະ​ຫະສະມາຄົມ​ວິ​ສາ​ຫະກິດ​ຍີ່ປຸ່ນ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ, ​ໄລ່​ຮອດ​ເດືອ​ນ 10/2014 ຍອດ​ຈຳນວນ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ ຜ່ານ ຍີ່ປຸ່ນ​ເຂົ້າ​ຫວຽດນາມ ​ເຊິ່ງລັດຖະບານ​ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ແມ່ນ 36,5 ຕື້ USD, ຢືນ​ອັນ​ດັບ​ໜຶ່ງ​ໃນ​ທົ່ວ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ພວມ​ລົງທຶນ​ເຂົ້າ​ຫວຽດນາມ. ທ່ານ Shimon Tokuyama ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ​ໃນ​ການ​ປັບປຸງ ​ແລະ​ ດັດ​ປັບ​ກົດໝາຍ​ວ່າ​ດ​້ວຍວິ​ສາ​ຫະກິດ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ່ງ​ແຫ່ງ​ຊາດ.

        ຕາມ​ທ່ານ Shimon Tokuyama ​ແລ້ວ, ​ເພື່ອ​ກະ​ກຽມ​ໃຫ້​ສັນຍາ​​ການ​ຄ້າເສລີ​​ອາ​ຊຽນ ທີ່​ຈະ​ລົງ​ນາມ, ການ​ພັດທະນາ​ອຸດສາຫະກຳ​ສຳ​ຮອງ​ຕ້ອງ​ໄດ້​ຮັບ​ການ​ຍູ້​ແຮງ. ມະຕິ​ກ່ຽວ​ກັບ​ການ​ພັດທະນາ​ອຸດສາຫະກຳ​ສຳ​ຮ​​ອງທີ່​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ພວມ​ຄົ້ນຄວ້າ ຕ້ອງ​ມີ​ລັກສະນະ​ແທດ​ຈິງ ​ແລະ ​ເປັນ​ເອກ​ກະພາບ​ນຳ​ກັນ. ນອກຈາກ​ນັ້ນ, ​ເພື່ອ​ພັດທະນາ​ອຸດສາຫະ​ກຳ​ສຳ​ຮອ​ງ​ໃຫ້ຮອບດ້ານ, ຫວຽດນາມ ຕ້ອງ​ໃຫ້​ບຸລິມະສິດ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ທີ່​ມີ​ແງ່​ຫວັງ​ຢູ່​ທ້ອງ​ຖິ່ນ​​ຕື່ມອີກ​.

ຂ່າວ/ບົດ​ອື່ນ