ການວາງລະເບີດຢູ່ອີຣັກ ເຮັດໃຫ້ ປຊຊ ນັບສີບຄົນເສຍຊີວິດ
(ພາບ: baomoi.com )
(vovworld)- ກະແສຟອງໃຊ້ຄວາມຮຸນແຮງເກີດຂຶ້ນໃນທົ່ວປະເທດອີຣັກໃນວັນທີ 15/9 ໄດ້ເຮັດໃຫ້ ປຊຊ 26 ຄົນເສຍຊີວິດ ແລະ ກ່ວາ 90 ຄົນຖືກບາດເຈັບ. ຢູ່ອີຣັກ ພວມເກີດການໃຊ້ຄວາມຮຸນແຮງອັນນອງເລືອດທີ່ສຸດນັບແຕ່ປີ 2008, ຊື່ງເຮັດໃຫ້ ປຊຊ 4000 ຄົນເສຍຊີວິດນັບແຕ່ຕົ້ນປີມາຮອດປະຈຸບັນ. ເພື່ອຫລຸດຜ່ອນການໃຊ້ຄວາມຮຸນແຮງໃນລະດັບຕ່ຳສຸດ, ລັດຖະບານອີຣັກ ໄດ້ຜັນຂະຫຍາຍບັ້ນກວາດລ້າງຂະໜາດໃຫ່ຍ. ແຕ່ເຖິງຢ່າງໃດກໍ່ຕາມ, ການໃຊ້ຄວາມຮຸນແຮງຍັງຄົງເກີດຂຶ້ນເປັນປະຈຳວັນ ໂດຍບັນດາກຸ່ມປະກອບອາວຸດຢາກສວຍໃຊ້ສະພາບ ຂາດສະຖຽນລະພາບດ້ານການການເມືອງຢູ່ພາຍໃນປະເທດ ແລະ ການປະທະກັນອັນເຄັ່ງຕຶງຢູ່ຊີຣີ ເພື່ອເພີ່ມຄວາມຂາດສະຖຽນລະພາບ.