ການວາງລະເບີດສະຫຼະຊີບຢູ່ເຂດຊາຍແດນອີຣັກ-ຈໍແດນ,ເກືອບ40ຄົນເສຍຊີວິດແລະຮັບບາດເຈັບ
ພາບປະກອບຈາກ AP
|
(vovworld) – ວັນທີ 25/4, ບັນດາຜູ້ວາງລະເບີດສະຫຼະຊີບໄດ້ບຸກໂຈມຕີບັນດາສະຖານທີ່ຂອງກຳລັງປ້ອງກັນຊາຍແດນ ອີຣັກ ຢູ່ດ່ານຊາຍແດນ Trebil ໃນເຂດຊາຍແດນ ອີຣັກ - ຈໍແດນ, ເຮັດໃຫ້ຢ່າງໜ້ອຍສຸດມີພາລະກອນປ້ອງກັນຄວາມສະຫງົບ 15 ຄົນເສຍຊີວິດ ແລະ 22 ຄົນຖືກຮັບບາດເຈັບ. ກອງທັບ ຈໍແດນ ໄດ້ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ດ່ານຊາຍແດນ Trebil ພາຍຫຼັງການບຸກໂຈມຕີດັ່ງກ່າວໃນທັນທີ. ເຮືອບິນຂອງລັດຖະບານ ອີຣັກ ກໍ່ໄດ້ສົ່ງເຖິງສະຖານທີ່ເກີດເຫດ ເພື່ອສະກັດກັ້ນບັນດາເຫດການບຸກໂຈມຕີອື່ນທີ່ອາດຈະເກີດຂຶ້ນ. ປະຈຸບັນ, IS ໄດ້ຍອມຮັບປະຕິບັດບັນດາການບຸກໂຈມຕີສະຫຼະຊີບດັ່ງກ່າວ ແລະ ໃຫ້ຮູ້ວ່າບັນດາຜູ້ວາງລະເບີດສະຫຼະຊີບແມ່ນຊາວ ຝຣັ່ງ, ແບນຊິກ ແລະ Senegal.