ການສົ່ງອອກກຸ້ງຂອງຫວຽດນາມເພີ່ມຂຶ້ນ 38% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

ການສົ່ງອອກກຸ້ງຂອງຫວຽດນາມເພີ່ມຂຶ້ນ 38% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ - ảnh 1
ການປຸງແຕ່ງກຸ້ງສົ່ງອອກ
ພາບ:internet


(vovworld)- ທ່ານ​ ​ເຈືອງ​ດີງ​​ແຮ່​ວ, ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​​ໃນ​ນ້ຳ​ຫວຽດນາມ(VSEP) ​ໃຫ້​ຮູ້​ວ່າ: ການ​ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດນາມ ພວມ​ໃນ​ທ່າ​ຟື້ນ​ຕົວ ດ້ວຍ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ປະມານ 38%. ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ໃນ 8 ​ເດືອນ​ຂອງ​ປະ​ເພດ​ສິນຄ້າ​ດັ່ງກ່າວ​ແມ່ນ 1,67 ຕື້ USD, ​ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ດ້ວຍ​ລະດັບ​ສົ່ງ​ອອກ​ສະ​ເລ່ຍປະມານ 250 ລ້ານ  USD/​ເດືອນ, ການ​ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດນາມ ​ໃນ​ປີ​ນີ້ ອາດ​ຈະ​ບັນລຸ 2,5- 2,6 ຕື້ USD ​ເພີ່ມ​ຂຶ້ນ 12-16% ​ເມື່ອ​ທຽບ​ໃສ່​ວົງ​ເງິນ​ສົ່ງ​ອອກ​ກຸ​້ງໃນ​ປີ 2012.

 

 

ຂ່າວ/ບົດ​ອື່ນ