ການສົ່ງອອກປາຈາຢູ່ບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງໄດ້ເພີ່ມຂຶ້ນ

ການສົ່ງອອກປາຈາຢູ່ບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງໄດ້ເພີ່ມຂຶ້ນ - ảnh 1

ການ​ສົ່ງ​ອອກ​ປາຈາ​ຢູ່​ບັນດາ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ໄດ້​ເພີ່ມ​ຂຶ້ນ

(ພາບ: internet)

(vovworld) - ບັນດາ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງຫາ​ກໍ່​ສົ່ງ​ອອກ​ປາ​ຈາ​ຕື່ມ​ອີກ 15.000 ​ໂຕນ, ຍົກ​ຈຳນວນ​ປາຈາ​ສົ່ງ​ອອກ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ຂຶ້ນ​ເຖິງ 65.000 ​ໂຕນ, ​ເພີ່ມ​ຂຶ້ນ​ກວ່າ 4.000 ​ໂຕນ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ 2011, ບັນລຸ​ມູນ​ຄ່າ​ເກືອບ 200 ລ້ານ​ໂດ​ລາ​ສະຫະລັດ. ປີ 2012, ​ບັນດາແຂວງ​​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງມີ​ແຜນການ​ສົ່ງ​ອອກ​ປາຈາ ​ໃຫ້​ໄດ້ 600.000 ​ໂຕນ, ​ເທົ່າກັບ​ປີ 2011. ​ເພື່ອ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ, ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ໄດ້​ນຳ​ໃຊ້​ເນື້ອ​ທີ່ 6.000 ​ເຮັກຕາ ​ເຂົ້າ​ໃນ​ການ​ລ້ຽງ​ປາຈາ ຢູ່​ບັນດາ​ແຂວງ ດົ່ງ​ທາ​ບ, ອານ​ຢາງ, ຕ່ຽນຢາງ, ວິ້ງ​ລອງ, ​ເຮົ້າ​ຢາງ, ​ເບັ໋ນ​ແຈ ​ແລະ​ນະຄອນ ​ເກິ່ນ​ເທີ ​ແລະ​ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ລ້ຽງ​ປາ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຂົ້າ​ໃນ​ການ​ລ້ຽງ​ປາ​ສະອາດ..

ຂ່າວ/ບົດ​ອື່ນ