ການສົ່ງອອກຜະລິດຕະພັນກະ​ເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸກ່ວາ 18,8 ຕື້ USD

(VOVWORLD) -  ກົມແຜນການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ຍອດວົງເງິນການຄ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ 6 ເດືອນຕົ້ນປີ 2020 ຄາດວ່າ ບັນລຸກ່ວາ 18,8 ຕື້ USD, ຫລຸດລົງ 3,4% ເມື່ອທຽບໃສ່ໄລຍະດຽວກັນປີ 2019. 

ໄປຄຽງຄູ່ກັນນັ້ນ, ການນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ບັນລຸກ່ວາ 14 ຕື້ USD, ຫລຸດລົງ 6,6%. ສາເຫດຕົ້ນຕໍແມ່ນຍ້ອນຄວາມຕ້ອງການຂອງຕະຫລາດຫລຸດລົງ, ລາຄາສົ່ງອອກຫລາຍປະເພດສິນຄ້າຫລຸດລົງ; ວົງເງິນການຄ້າສົ່ງອອກໄປຍັງຕະຫລາດ ຈີນ, ອາເມລິກາ ຫລຸດລົງ; ວົງເງິນການຄ້າສົ່ງອອກບັນດາປະເພດສິນຄ້າຢາງພາລາ, ໝາກໄມ້, ໝາກພິກໄທ, ກຸ້ງ, ປາຈາ, ໄມ້ ແລະ ຜະລິດຕະພັນໄມ້ຫລຸດລົງ. ກ່ຽວກັບຕະຫລາດສົ່ງອອກ, ຈີນ, ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນ 4 ຕະຫລາດນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ