ການ​ສົ່ງ​ອອກ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ຂອງ ຫວຽດ​ນາມ ໄປ​ຍັງ ອົດ​ສະ​ຕາ​ລີ ເພີ່ມ​ຂຶ້ນ​ເກືອບ 50%

(VOVWORLD) -ອິດທິພົນຊື່ສຽງ, ຄວາມໄວ້ເນື້ອເຊື່ອໃຈຕໍ່ເຄື່ອງໝາຍການຄ້າ ຫວຽດນາມ ຢູ່ ອົດສະຕາລີ ນັບມື້ນັບເພີ່ມຂຶ້ນ.
ການ​ສົ່ງ​ອອກ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ຂອງ ຫວຽດ​ນາມ ໄປ​ຍັງ ອົດ​ສະ​ຕາ​ລີ ເພີ່ມ​ຂຶ້ນ​ເກືອບ 50% - ảnh 1ຫວຽດນາມ ແລະ ອົດສະຕາລີ ຫາກໍສຳເລັດການເຊັນຍຸດທະສາດເພີ່ມທະວີການຮ່ວມສຳພັນເສດຖະກິດລະຫວ່າງສອງປະເທດ, ດ້ວຍເປົ້າໝາຍສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 15 ຕື້ USD ໂດຍໄວ (ພາບ: TTXVN)

  ໂດຍບໍ່ຫົວຊາຕໍ່ການເຄື່ອນໄຫວການຄ້າສາກົນ ທີ່ພວມປະເຊີນໜ້າກັບຄວາມຫຸຍ້ງຍາກຍ້ອນໂລກລະບາດໂຄວິດ - 19, ການເຄື່ອນໄຫວສົ່ງອອກຜະລິດຕະພັນກະເສດຈາກ ຫວຽດນາມ ໄປຍັງ ອົດສະຕາລີ ຮັບຮູ້ມີຄວາມຄືບໜ້າຫຼາຍຢ່າງ. ທ່ານ ຫງວຽນຝູຮວ່າ, ຫົວໜ້າອົງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ໃຫ້ຮູ້ວ່າ ອິດທິພົນຊື່ສຽງ, ຄວາມໄວ້ເນື້ອເຊື່ອໃຈຕໍ່ເຄື່ອງໝາຍການຄ້າ ຫວຽດນາມ ຢູ່ ອົດສະຕາລີ ນັບມື້ນັບເພີ່ມຂຶ້ນ.

        ຕາມການສະຖິຕິຂອງກົມໃຫຍ່ພາສີ ຫວຽດນາມ ແລ້ວ, ການເຄື່ອນໄຫວສົ່ງອອກຜະລິດຕະພັນກະເສດຂອງ ຫວຽດນາມ ໄປຍັງ ອົດສະຕາລີ ມີການເຕີບໂຕຢ່າງຕໍ່ເນື່ອງ. ສະເລ່ຍ 9 ເດືອນຕົ້ນປີ 2021, ວົງເງິນນຳເຂົ້າ - ສົ່ງອອກ ລະຫວ່າງສອງປະເທດບັນລຸເກືອບ 9,1 ຕື້ USD, ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສິ່ງທີ່ໜ້າສົນໃຈແມ່ນ, ບັນດາວິສາຫະກິດ ອົດສະຕາລີ ໃຫ້ບຸລິມະສິດນຳເຂົ້າເຂົ້າສານຈາກ ຫວຽດນາມ ດ້ວຍຈຳນວນຫຼາຍ. ສິ່ງດັ່ງກ່າວສືບຕໍ່ຢັ້ງຢືນຄຸນນະພາບ ແລະ ເຄື່ອງໝາຍການຄ້າເຂົ້າສານເວົ້າສະເພາະ, ກໍຄືຜະລິດຕະພັນກະເສດຂອງ ຫວຽດນາມ ເວົ້າລວມ ຢູ່ຕະຫຼາດອົດສະຕາລີ.

        ທ່ານ ຫງວຽນຝູຮວ່າ ກໍໃຫ້ຮູ້ວ່າ ຫວຽດນາມ ແລະ ອົດສະຕາລີ ຫາກໍສຳເລັດການເຊັນຍຸດທະສາດເພີ່ມທະວີການຮ່ວມສຳພັນເສດຖະກິດລະຫວ່າງສອງປະເທດ, ດ້ວຍເປົ້າໝາຍສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 15 ຕື້ USD ໂດຍໄວ, ໝັ້ນໝາຍວ່າ ຈະເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ວິສາຫະກິດສົ່ງອອກຂອງ ຫວຽດນາມ ໄດ້ແຊກຊຶມເຂົ້າຕະຫຼາດ ອົດສະຕາລີ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ