(vovworld) - ຕາມຕົວເລກສະຖິຕິຂອງກົມໃຫຍ່ພາສີແລ້ວ, ໃນ 8 ເດືອນຕົ້ນປີ 2012, ຫວຽດນາມ ສົ່ງອອກມັນຕົ້ນໄດ້ເກືອບ 3,2 ລ້ານໂຕນ ແລະ ບັນດາຜະລິດຕະພັນຈາກມັນຕົ້ນ, ສາມາດສ້າງລາຍຮັບໄດ້ເກືອບ 975 ລ້ານ USD. ນີ້ແມ່ນຄັ້ງທຳອິດທີ່ຜະລິດຕະພັນຈາກມັນຕົ້ນ ຖຶກບັນຈຸໃນໝວດຜະລິດຕະພັນກະສິກຳທີ່ສົ່ງອອກໄດ້ກວ່າ 1 ຕື້ USD, ພ້ອມກັບເຂົ້າສານ, ກາເຟ, ໝາກມ່ວງຫິມະພານ. ຄາດວ່າ, ປະລິມານສົ່ງອອກມັນຕົ້ນໃນເດືອນ 9 ຍັງຄົງບັນລຸລະດັບ 244.000 ໂຕນ, ສ້າງລາຍຮັບໄດ້ກວ່າ 80 ລ້ານ USD.