ການສົ່ງອອກສິນຄ້າຂອງ ຫວຽດນາມ ໃນປີ 2012 ຄາດວ່າບັນລຸກວ່າ 27,5 ຕື້ USD

ການສົ່ງອອກສິນຄ້າຂອງ ຫວຽດນາມ ໃນປີ 2012 ຄາດວ່າບັນລຸກວ່າ 27,5 ຕື້ USD - ảnh 1
ພາບປະກອບ:internet


(vovworld) - ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ ​ໃຫ້​ຮູ້​ວ່າ: ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ​ປີ 2012 ຄາດ​ວ່າ​ບັນລຸ​ກວ່າ 27,5 ຕື້ USD, ​ເພີ່ມຂຶ້ນ 9,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ມູນ​ຄ່າ​ນຳ​ເຂົ້າປະ​ເພດ​ສິນຄ້າ​ຕົ້ນຕໍ​ໃນ​ປີ 2012 ບັນລຸ​ເກືອບ 17 ຕື້ USD. ມູນ​ຄ່າ​ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ຄື: ກາ​ເຟ, ມັນ​ຕົ້ນ, ໝາກພິກ​ໄທ, ຊາ ​ໃນ​ປີ 2012 ​ເບິ່ງ​ລວ​ມ​ແລ້ວ​ຍັງ​ຄົງ​ຮັກສາ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ດີ​ພໍ​ສົມຄວນ. ການ​ສົ່ງ​ອອກກາ​ເຟຄາດ​ວ່າ ບັນລຸ​​ເກືອບ 1,7 ລ້ານ​ໂຕນ ດ້ວຍ​ມູນ​ຄ່າ​ກວ່າ 3,7 ຕື້ USD, ​ເພີ່ມ​ຂຶ້ນ 40% ກ່ຽວ​ກັບ​ປະລິມານ ​ແລະ 36% ກ່ຽວກັບ​ມູນ​ຄ່າ​ເມື່ອ​ທຽບ​ໃສ່​​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຕະຫລາດ​ສອງ​ແຫ່ງ​ຈຳຫນ່າຍ​ກາ​ເຟຂອງ ຫວຽດນາມ​ຫລາຍ​ກວ່າ​ໝູ່ ​ນັ້ນ​ແມ່ນ ອາ​ເມ​ລິ​ກາ ​ແລະ ​ເຢຍລະ​ມັນ ຍັງ​ຄົງ​ບັນລຸ​ລະດັບເຕີບ​ໂຕ​ທັງ​ດ້ານປະລິມານ ​ແລະ ມູນ​ຄ່າ. ສຳລັບ​ເຂົ້າສານ, ການ​ສົ່ງ​ອອກ​ທັງ​ປີ​ຄາດ​ວ່າ​ບັນລຸ​ກວ່າ 8 ລ້ານ​ໂຕນ ດ້ວຍ​ມູນ​ຄ່າ 3,7 ຕື້ USD, ​ເພີ່ມ​ຂຶ້ນ​ເກືອບ 14% ທັງ​ດ້ານປະລິມານ ​ແລະ 2,1% ກ່ຽວ​ກັບ​ມູນ​ຄ່າ​ເມື່ອ​ທຽບ​ໃສ່​ປີ​ກ່ອນ. ສຳລັບ​ສິນ​ໃນ​ນ້ຳ, ຄາດ​ວ່າ​ວົງ​ເງິນ​ສົ່ງ​ອອກ​ບັນລຸ​ກວ່າ 6 ຕື້ USD. ອາ​ເມ​ລິ​ກາ ຍັງ​ຄົງ​ຮັກສາ​ທີ່​ຕັ້ງ ​ແມ່ນ​ຕະຫລາດ​ນຳ​ເຂົ້າ​ຕົ້ນຕໍ​ຂອງ​ສິນ​ໃນ​ນ້ຳ ຫວຽດນາມ​, ກວມ​ເກືອບ 20% ຕະຫລາດ, ຖັດມາ​ແມ່ນ​ຍີ່​ປຸ່ນ ​ແລະ ສ​ເກົາຫລີ.

ຂ່າວ/ບົດ​ອື່ນ