ການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບປີ 2015: ແງ່ຫວັງເຕີບໂຕດີ

ການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບປີ 2015: ແງ່ຫວັງເຕີບໂຕດີ - ảnh 1
(ພາບປະກອບ)

(vovworld) – ປີ 2015 ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ປີ​ສະດວກ​ໃຫ້ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ຂອງ​ຂະ​ແໜງເຄື່ອງ​ຕຳ​ແຜ່ນ​ຕັດຫຍິບຫວຽດນາມ, ພາຍຫຼັງວິວັດ​ທະ​ນາ​ການ​ເຈລະຈາ​ບາງ​ສັນຍາ​ການ​ຄ້າ ອາດ​ຈະ​ສິ້ນ​ສຸດ​ນັ້ນ, ​ກາລະ​ໂອກາດ​ໃຫ້ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ ຈະ​ເປີດ​ກວ້າງ. ຕາມ​ສະຫະສະມາຄົມເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ ​ແລ້ວ, ຕະຫຼາດ​​ເອີ​ລົບ (EU) ສືບ​ຕໍ່​ແມ່ນ​ຕະຫຼາດ​ຈຸດ​ສຸມ​ໃນ​ຂະ​ແໜງເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ປະຈຸ​ບັນ, ຫວຽດນາມ ຫາ​ກໍ່​ກວມ​ເອົາ 1% ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າເຄື່ອງ​ຕຳ​ແຜ່ນ​ຕັດຫຍິບຂອງ​ຕະຫຼາດ​ດັ່ງກ່າວ. ​ເມື່ອສັນຍາ FTA ຫວຽດນາມ - EU ​ໄດ້​ຮັບ​ການ​ລົງ​ນາມ, ອັດຕາພາສີ​ຈະ​ຫຼຸດ​ລົງຈາກ 12% ລົງ 0% ຈະ​ສ້າງ​ກຳລັງ​ແກ່ງ​ແຍ້​ງຢ່າງ​ແຮງ​ໃຫ້​ສິນຄ້າເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ທີ່​ສົ່ງ​ອອກ​ຂາຍ​ໃຫ້ຕະຫຼາດ EU.

        ສຳລັບ​ຕະຫຼາດ​ອາ​ເມ​ລິ​ກາ, ວົງ​ເງິນ​ສົ່ງ​ອອກເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຂອງ​ຫວຽດນາມ ​​ໄປ​ຍັງຕະຫຼາດ​ນີ້​ຈະ​ເພີ່ມ​ຂຶ້ນ 12 – 13%/ປີ. ​ເມື່ອ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຟິ​ກ (TPP) ​ໄດ້​ຮັບ​ການ​ລົງ​ນາມ, ບັນດາພາສີ​ຈະຄອຍ​ຫຼຸດ​ລົງ 0%, ​ສິ່ງ​ດັ່ງກ່າວ​ຈະ​ສ້າງປັດ​ໃຈ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເປີດ​ກວ້າຕະຫຼາດ​ຢູ່​ອາ​ເມ​ລິ​ກາ.

        ຢູ່​ຕະຫຼາດ​ລັດ​ເຊຍ, ອັດຕາພາສີ​ສຳລັບເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ ຍັງ​ສູງ. ​ສັນ​ຍາ​ການ​ຄ້າ​ເສລີ​ຫວຽດນາມ ​ແລະ ພັນທະ​ພາບ​ພາສີ (ລັດ​ເຊຍ, ​ເບ​ລາຣຸດ, ກາຣັກສຖານ) ​ໄດ້​ລົງ​ນາມ​ໃນ​ຕົ້ນ​ປີ 2015 ຈະ​ປັບປຸງ​ນະ​​ໂຍບາຍ​ພາສີອາກອນ​ຢ່າງ​ແຮງ ​ແລະ ສ້າງ​ກຳລັງ​ດຶງ​ດູດ​ທີ່​ໃຫຍ່​ຫຼວງ​ສຳລັບ​ວິສາຫະ​ກິດ.

ຂ່າວ/ບົດ​ອື່ນ