ການສົນທະນາຍຸດທະສາດ ອາເມລິກາ - ຈີນ ບັນລຸຜົນງານຫຼາຍຢ່າງ

ການສົນທະນາຍຸດທະສາດ ອາເມລິກາ - ຈີນ ບັນລຸຜົນງານຫຼາຍຢ່າງ - ảnh 1
ທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ກ່າວຄຳເຫັນໃນວັນປຶກສາຫາລືທຳອິດ
(ພາບ:dantri.com.vn)

(vovworld) - ການ​ສົນທະນາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ ອາ​ເມ​ລິ​ກາ - ຈີນ ໄດ້ສິ້ນ​ສຸດລົງ​ຢູ່ ວໍ​ຊິງ​ຕັນ ດີ​ຊີ ​ໃນ​ຕອນ​ເຊົ້າ​ວັນ​ທີ 12/7 (ຕາມ​ເວລາ ຫວຽດນາມ). ດ້ວຍ​ບັນດາ​ວາລະ​ປຶກສາ​ຫາລືທີ່ກົງ​ໄປ​ກົງ​ມາ, ຊື່​ຕົງ ​ແລະ ມີ​ລັກສະນະ​ສ້າງສັນ, 2 ຝ່າຍ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ເປັນ​ໜ້າ​ສົນ​ໃຈ​ໃນ​ຄວາມ​ມານະ​ພະຍາຍາມ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື. ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ພິທີ​ໄຂ, ທ່ານ​ຄະນະ​ກຳມະການ​ລັດຖະບານ ຈີນ ຢ່າງ​ຈິ​ວຈື໋ ​ໃຫ້​ຮູ້​ວ່າ: 2 ຝ່າຍບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ບັນດາ​ໝາກຜົນ​ສຳຄັນ ​ແລະ ຕັ້ງໜ້າຫຼາຍຢ່າງ. ບັນດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ​ແລະ ຈີນ ​ໄດ້​ປຶກສາ​ຫາລື​ຢ່າງ​ເລິ​ກ​ເຊິ່ງກ້ວາງ​ຂວາງ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ກໍ່ສ້າງ​ຮູບ​ແບບ​ພົວພັນ​ແບບ​ໃໝ່ ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ຊຸກຍູ້​ການພົວພັນຢູ່ ອາຊີ - ປາຊີ​ຟີ​ກ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື ​ໃນ​ບັນດາ​ບັນຫາ​ທົ່ວ​ໂລກ​ຄື​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງ​ທາງ​ເຄືອ​ຂ່າຍ ອິນ​ເຕີ​ເນັດ. ພິ​ເສດ, ​ເປັນ​ຄັ້ງ​ທຳ​ອິດ ​ໃນ​ບັນ​ດາ​ການ​ສົນທະນາ​ຍຸດ​ທະ​ສາດ ອາ​ເມ​ລິ​ກາ - ຈີນ ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ຮ່ວມ​ກ່ຽວ​ກັບ​ບັນດາ​ບັນຫາ​ພະລັງງານ. 2 ຝ່າຍ​ພ້ອມ​ກັນ​ດຳ​ເນີນ​ບັນດາ​ການ​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ທາງ​ເຄືອ​ຂ່າຍ ອິນ​ເຕີ​ເນັດ ​ແລະ ບັນດາ​ຄວາມ​ສົນ​ໃຈ​ຍຸດ​ທະ​ສາດ, ​ໃນ​ນັ້ນມີມາດ​ຕະການ​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ກ່ຽວ​ກັບ​ພາກ​ພື້ນ ອາຊີ ຕາ​ເວັນ​ອອກ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢັ້ງຢືນ​ຄວາມ​ມານະ​ພະຍາຍາມ​ປອດ​ນິວ​ເຄຼຍ ​ໃນ​ແຫຼ​ມ ​ເກົາຫຼີ, ​ເປັນ​ເອກະສັນ​ກັນ​ຖື​ວ່າ: ຄວາມ​ມານະ​ພະຍາຍາມ​ສ້າງ​ຮູບ​ແບບ​ພົວພັນ​ແບບ​ໃໝ່​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຕ້ອງ​​ເລີ່​ມຕົ້ນ​ແຕ່ພາກພື້ນ ອາຊີ - ປາຊີ​ຟິກ ​ແລະ ຕົກລົງຈັດຕັ້ງການທາ​ບທາມ​ຄວາມ​ເຫັນກ່ຽວ​ກັບ​ພາກ​ພື້ນ​ນີ້​ໃນ​ລະດູ​​ໃບ​ໄມ້​ຫລົ່ນ​ປີ​ນີ້.

ຂ່າວ/ບົດ​ອື່ນ