( vovworld ) – ຕອນຄ່ຳວັນທີ 25/3, ຢູ່ຫໍບູຊາ Lai Len ຊື່ງແມ່ນບ່ອນໃຫ້ກຳເນີດຂັບ Xoan ທີ່ຕາແສງ Kim Duc, ນະຄອນ Viet Tri, ແຂວງ Phu Tho ໄດ້ຈັດການສະແດງຂັບ Xoan ບູຮານ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ຊື່ງນອນໃນຂອບເຂດງານບຸນໄຫ້ວບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງປີ 2012. ບັນດານັກສິລະປະກອນ ໄດ້ສະແດງ 14 ລາຍການພິເສດເປັນເອກະລັກສະເພາະໃນທ່າມກາງບັນຍາກາດອັນສັກສິດຢູ່ບໍລິເວນຂອງວິຫານ. ການສະແດງຂັບ Xoan ໄດ້ຖືກຈັດຂຶ້ນເປັນປະຈຳປີ ໃນໂອກາດງານບຸນໄຫ້ວບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ, ການເຄືອ່ນໄຫວນີ້ ຍີ່ງມີຄວາມໝາຍອັນເລິກເຊີ່ງກ່ວາອີກ ເພື່ອເສີມຂະຫຍາຍຄຸນຄ່າຂອງສິລະປະຂັບ Xoan ຫຼາຍກ່ວາອີກ ຊື່ງແມ່ນປະເພດສິລະປະພື້ນເມືອງທີ່ຫາກໍ່ໄດ້ຮັບການຮັບຮູ້ແມ່ນ “ມໍລະດົກວັດທະນະທຳບໍ່ມີຮູບຮ່າງຄວນຮັກສາຢ່າງຮີບດ່ວນຂອງມວນມະນຸດ“ ຈາກອົງການວັດທະນະທຳ, ວິທະຍາສາດ ແລະ ການສຶກສາສະຫະປະຊາຊາດ (UNESCO).