ການສະແດງສິລະປະ ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ

ການສະແດງສິລະປະ ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ - ảnh 1
(ລາຍການ​ສະ​ແດງສິລະ​ປະ​ສະ​ເຫຼີ​ມສະຫຼອງ 65 ປີ​
ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ)


(vovworld) - ຕອນ​ຄໍ່າ​ວັນ​ທີ 08/01, ຢູ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ​ລາວ, ນະຄອນຫຼວງ​ວຽງ​ຈັນ, ຄະນະ​ສິລະ​ປະກອນຄະນະ​ສິລະ​ປະກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ມີ​ລາຍການ​ສະ​ແດງສິລະ​ປະ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ (20/01/1949 – 20/01/2014).

        ການ​ສະ​ແດງ​ສິລະ​ປະ​ລວມມີ​ບັນດາ​ລາຍການທີ່​ດີ​ເດັ່ນ, ຍ້ອງຍໍ​ນ້ຳ​ໃຈ​ສາມັກ​ຄີ​ຖານອ້າຍ​ນ້ອງ​ທີ່​ສັດ​ຊື່ບໍລິ​ສຸດ​ລະຫວ່າງ​ຫວຽດນາມ - ລາວ, ຍ້ອງຍໍ​ພັກ ​ແລະ ການ​ນຳ​ຍິງ​ໃຫຍ່ 2 ປະ​ເທດຫວຽດນາມ ​ແລະ ລາວ. ລາຍການ​ສະ​ແດງ​ສິລະ​ປະ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ.

        ​ໃນ​ການ​ໄປສະ​ແດງ​ສິລະ​ປະ​ຢູ່​ລາວ ​ຄັ້ງ​ນີ້, ຄະນະ​ສິລະ​ປະກອນ​​ກອງທັບ ​ໄດ້​ມີ​ການສະ​ແດງ​ຮັບ​ໃຊ້​ປະຊາຊົນຢູ່​ແຂວງຕ່າງໆ​ຄື ຫົວພັນ, ຊຽງ​ຂວາງ ​ແລະ ​​​ເທດສະບານ​ວັງ​ວຽງ​ ​ແຂວງ​ວຽງ​ຈັນ.

ຂ່າວ/ບົດ​ອື່ນ