ການສະແດງສິລະປະສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ໂມຊຳບິກ
ທ່ານເອກອັກຄະລັດຖະທູດໂມຊຳບິກປະຈຳຫວຽດນາມ Gamiliel Munguambe
(ພາບ: bongdaplus.vn)
(vovworld) – ຕອນຄ່ຳວັນທີ 16/6, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ສູນຈັດຕັ້ງການສະແດງສິລະປະຂຶ້ນກັບກົມສິລະປະກຳ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ) ໄດ້ສົມທົບກັບກະຊວງວັດທະນະທຳ ແລະ ການທ່ອງທ່ຽວໂມຊຳບິກ ແລະ ສະຖານທູດໂມຊຳບິກ ປະຈຳຫວຽດນາມ ຈັດຕັ້ງລາຍການສະແດງສິລະປະ, ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນເອກະລາດຂອງແຫ່ງຊາດ ໂມຊຳບິກ ແລະ 40 ປີແຫ່ງວັນສ້າງຕັ້ງສາຍພົວພົນທາງການທູດລະຫວ່າງຫວຽດນາມ - ໂມຊຳບິກ (25/6/1975 – 25/6/2015). ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ໂມຊຳບິກ ປະຈຳຫວຽດນາມ Gamiliel Munguambe ເນັ້ນໜັກວ່າ: ຫວຽດນາມ ແລະ ໂມຊຳບິກ ມີສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, 2 ປະເທດພວມຕັ້ງໜ້າເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຄື: ການເມືອງ, ການທູດ, ດ້ານເສດຖະກິດ, ດ້ານວັດທະນະທຳ, ການສຶກສາບຳລຸງສ້າງ, ໂທລະຄົມ... ເພື່ອສະເຫຼີມສະຫຼອງເຫດການດັ່ງກ່າວນີ້, ມີການເຄື່ອນໄຫວຫຼາຍຢ່າງຈະດຳເນີນຢູ່ນະຄອນຫຼວງ Maputo ຂອງໂມຊຳບິກ ແລະ ຢູ່ຮ່າໂນ້ຍຂອງຫວຽດນາມ. 2 ຝ່າຍສົມທົບກັນຈັດຕັ້ງສັບປະດາວັດທະນະທຳ ໂມຊຳບິກ ຢູ່ຮ່າໂນ້ຍ ລະຫວ່າງວັນທີ 13 – 19/6, ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ວັດທະນະທຳ, ກິລາ, ງານມະໂຫລານອາຫານກິນ./.