( vovworld ) – ເພື່ອຕອບສະໜອງວັນທົ່ວໂລກປ້ອງກັນຕ້ານລະເບີດໝາກມິ່ນ ( 4/4 ), ຕອນຄໍ່າວັນທີ 2/4, ຢູ່ໂຮງນະຄອນໃຫຍ່, ຮ່າໂນ້ຍ, ຄະນະຊີ້ນຳແຫ່ງລັດກ່ຽວກັບໂຄງການເຄື່ອນໄຫວແຫ່ງຊາດເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິ່ນບໍ່ທັນແຕກພາຍຫຼັງສົງຄາມຢູ່ຫວຽດນາມ ໄດ້ຈັດລາຍການການພົບປະແລກປ່ຽນ ແລະ ສະແດງສິລະປະດ້ວຍຫົວຂໍ້ວ່າ “ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິ່ນບໍ່ທັນແຕກພາຍຫຼັງສົງຄາມ ”. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ຢືນຢັນວ່າ ລັດຖະບານຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິ່ນ. ໃນໄລຍະທີ່ຈະມາເຖິງ, ພ້ອມກັບການລະດົມທຸກແຫຼ່ງກຳລັງຈາກພາຍໃນປະເທດ, ຍາມໃດລັດຖະບານຫວຽດນາມ ກໍຕີລາຄາສູງ ແລະ ປາດຖະໜາຢາກໄດ້ຮັບການຮ່ວມມື, ການຊ່ວຍເຫຼືອອັນລ້ຳຄ່າ ແລະ ການຮ່ວມແຮງຮ່ວມໃຈຂອງປະຊາຄົມໂລກ, ເພື່ອຊ່ວຍເຫຼືອຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິ່ນບໍ່ທັນແຕກພາຍຫຼັງສົງຄາມ. ທີ່ພິທີ່, ຜູ້ຊົມໄດ້ແລກປ່ຽນໂດຍກົງກັບຜູ້ປະສົມເຄາະຮ້າຍໂດຍກົງຈາກລະເບີດໝາກມິ່ນບໍ່ທັນແຕກພາຍຫຼັງສົງຄາມ. ເອື້ອຍ Nguyen Thi Bich Lien, ແຂກເຂົ້າຮ່ວມລາຍການໄດ້ແບ່ງປັນວ່າ.
“ ພາຍຫຼັງໄດ້ຮັບຟັງເລື່ອງລາວຄວາມຈິງຂອງບັນດາຜູ້ປະສົບເຄາະຮ້າຍຈາກລະເບີດໝາກມິ່ນບໍ່ທັນແຕກພາຍຫຼັງສົງຄາມ, ຂ້າພະເຈົ້າມີຄວາມຕຶ້ນຕັນໃຈ. ນັບແຕ່ໃດໆມາ ບັນດາລຸ້ນໜຸ່ມຄືພວກຂ້າພະເຈົ້າບໍ່ເຄີຍເຫັນປະຈັກຕາ, ແລະ ບໍ່ສາມາດນຶກເຫັນຄວາມສູນເສຍຂອງເຂົາເຈົ້າໄດ້ໝົດເທື່ອ ”.
ທີ່ການພົບປະແລກປ່ຽນ, ຄະນະຈັດຕັ້ງໄດ້ປຸກລະດົມຂະບວນການ “ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິ່ນບໍ່ທັນແຕກພາຍຫຼັງສົງຄາມໄລຍະ 2012 – 2015 ”, ພ້ອມກັນນັ້ນກໍໄດ້ຮຽກຮ້ອງໃຫ້ທຸກແຫຼ່ງກຳລັງພາຍໃນ ແລະ ຕ່າງປະເທດພ້ອມກັນປະກອບສ່ວນ.