ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ອິນໂດເນເຊຍ
(ພາຍ:hanoimoi.com.vn)
(vovworld) - ກອງປະຊຸມສຳມະນາສາກົນທີ່ມີຫົວຂໍ້ວ່າ ”ສັນຕິພາບຢູ່ທະເລຕາເວັນອອກ ແລະ ອາຊີ - ປາຊີຝິກ: ຄວາມສາມັກຄີຂອງອາຊຽນ ແລະ ການຮ່ວມມືຂອງບັນດາປະເທດໃຫຍ່ຢູ່ພາກພື້ນ” ໂດຍສູນຄົ້ນຄ້ວາຍຸດທະສາດອາຊີຂອງອິນເດຍ ສົມທົບກັບສະຖາບັນຄົ້ນຄ້ວາການປ້ອງກັນຊາດ ປ້ອງກັນຄວາມສະຫງົບອິນໂດເນເຊຍ ແລະ ສະຖາບັນຄົ້ນຄ້ວາການເດີນທະເລ ອິນໂດເນເຊຍຈັດຂຶ້ນໃນວັນທີ 20/9, ຢູ່ຢາກາກຕາ, ປະເທດອິນໂດເນເຊຍ. ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ Yusgiantoro ຢືນຢັນວ່າ, ການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແມ່ນຄວາມເອົາໃຈໃສ່ຂອງຫຼາຍປະເທດ, ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ການຂັດແຍ່ງລະຫວ່າງບັນດາປະເທດໃນພາກພື້ນ. ທ່ານເນັ້ນໜັກວ່າ, ໜ້າທີ່ຂອງອາຊຽນແມ່ນຕ້ອງຢັ້ງຢືນຄວາມເຫັນດີເຫັນພ້ອມຄືນໃໝ່ສຳຫຼັບຫຼັກການ 6 ຂໍ້ ກ່ຽວກັບທະເລຕາເວັນອອກ ເຊິ່ງຫາກໍ່ບັນລຸໄດ້. ພ້ອມທັງຖືວ່າໃນຕໍ່ໜ້າ, ສິ່ງສຳຄັນແມ່ນບັນດາປະເທດອາຊຽນຕ້ອງໃຫ້ບຸລິມາສິດກ່ຽວກັບເລື່ອງກຳນົດ ການປະພຶດໃນເຂດທະເລຕາເວັນອອກ (COC) ແລະ ເຮັດວຽກກັບຈີນຍິ່ງໄວກໍ່ຍິ່ງດີ.