ການຮັບມືກັບການປ່ຽນ ແປງຂອງດິນຟ້າອາກາດ ໄລຍະ 2 ຢູ່ຫວຽດນາມ

ການຮັບມືກັບການປ່ຽນ ແປງຂອງດິນຟ້າອາກາດ ໄລຍະ 2 ຢູ່ຫວຽດນາມ - ảnh 1
(ພາບ:
undp.org.vn)

(vovworld)-  ຕອນ​ບ່າຍ​ວັນ​ທີ 29/7, ຢູ່​ຮ່າ​ໂນ້ຍ, ທ່ານ​ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະ​ສິ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ພ້ອມ​ກັບ​ຜູ້ຕາງໜ້າ​ສະຖານທູດ​ລາຊະ​ອານາຈັກ​ນອກ​ແວ ​ແລະ ຜູ້​ປະສານ​ງານ ສປຊ ປະຈຳ​ຫວຽ​ດນາມ ​ໄດ້​ເຊັນ​ເອກະສານ​​ເລີ່​ມຕົ້ນ​ໄລຍະ​ທີ 2 ​ໂຄງການ​ຫລຸດຜ່ອນ​ມົນ​ລະ​ພິດ ​ແລະ ການ​ປ່ອຍ​ອາຍ​ແກ​ດ​ເຮືອນ​ແກ້ວ​ໂດຍ​ຜ່ານ​ຄວາມ​ມານະ​ພະຍາຍາມ​ຈຳກັດ​ການສູນ​ເສຍ​ປ່າ ​ແລະ ປ່າ​ຖືກ​ຊຸດ​ໂຊມ​ຂອງ ສປຊ ຢູ່​ຫວຽດນາມ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ​ໄດ້ຮັບ​ເງິນ​ອຸປະຖຳ​ຈຳນວນ 30 ລ້ານ​ໂດ​ລາ​ສະຫະລັດ​ເພື່ອຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ໃນ​ຮອບ​ເວລາ 3 ປີ​ຂ້າງ​ໜ້າ, ​ໄລຍະ​ທີ 2 ຂອງ​ໂຄງການ​ດັ່ງກ່າວ ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍຢູ່ 6 ​ແຂວງ​ນະຄອນ​ຄື: ບັກ​ກ້ານ, ລາວ​ກາຍ, ຮ່າ​ຕິ້ງ, ບິ່ງ​ທ້ວນ, ​ເລີມ​ດົ່ງ ​ແລະ ກ່າ​ເມົາ.

 

 

 

 

 

ຂ່າວ/ບົດ​ອື່ນ