ການຮ່ວມມືດ້ານການບິນລະຫວ່າງ ຫວຽດນາມ-ຟີລິບປິນ

ການຮ່ວມມືດ້ານການບິນລະຫວ່າງ ຫວຽດນາມ-ຟີລິບປິນ - ảnh 1
ພາບປະກອບ

( vovworld ) –     ​​ບໍລິສັດໃຫ່ຍການບິນ ຫວຽດນາມ (Vietnam Airlines) ແລະ ບໍລິສັດການບິນ Philippines Airlines ໄດ້ຈັດພິທີລະນຶກ 25 ປີແຫ່ງການຮ່ວມມືດ້ານການບິນລະຫວ່າງຫວຽດນາມ-ຟີລິບປິນ ໃນຕອນຄ່ຳວັນ ທີ 1/6 ຢູ່ນະຄອນໂຮ່ຈິມິນ. ກ່າວຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫວຽດນາມ Dinh La Thang ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສອງ​ບໍລິສັດ​ຕອ້ງມີ​ການ​ຮ່ວມ​ມື​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ ​ເພື່ອ​ນຳ​ມາເຊີ່ງ​ບັນດາ​ຜົນງານ​ອັນ​ແທດ​ຈິງ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດ​ຖະກິດສອງ​ປະ​ເທດ​ເວົ້າລວມ, ປະກອບສ່ວນ​ຍົກ​ສາຍ​ພົວພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຫັນ​ຄວາມ​ປາດ​ຖະໜາ ​ແລະ ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານສອງ​ປະ​ເທດ​ເປັນ​ລະອຽດ. ການ​ເປີດສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ສອງ​ປະ​ເທດ ບໍ່​ພຽງ​ແຕ່​ແມ່ນຂີດ​ໝາຍ​ສຳຄັນ ​ໃນ​ການ​ພົວພັນ​ດ້ານ​ການບິນພົນລະ​ເຮືອນ​ລະຫວ່າງ ຫວຽດນາມ-ຟີລິບປິນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ໄປມາ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ