ການຮ່ວມມືດ້ານສຶກສາຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ນິວຊີແລນ

ການຮ່ວມມືດ້ານສຶກສາຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ນິວຊີແລນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​​ຕ້ອນຮັບ​ທ່ານ Steven Joyce
(ພາບ: VGP)

(vovworld) - ຕອນບ່າຍ​ວັນ​ທີ 5/8, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Steven Joyce, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ມະຫາວິທະຍາ​ໄລ, ທັກ​ສະ ​ແລະ ວີ​ຊາ​ຊີບ ນິວຊີ​ແລນ. ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກະຊວງ​ການສຶກສາ ​ແລະ ບຳລຸງ​ສ້າງ ກໍ​ຄື​ບາງ​ກະຊວງ, ຂະ​ແໜງ​ການ​ອື່ນໆ​ຂອງ ຫວຽດນາມ. ​ເມື່ອຕີ​ລາຄາ​ສູງ​ການ​ຢ້ຽມຢາມ ກໍ​ຄື​ໝາກຜົນການ​ເຮັດ​ວຽກ​ລະຫວ່າງລັດຖະມົນຕີ​ກະຊວງ​ການສຶກສາ 2 ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຖື​ວ່າ: ການ​ຮ່ວມ​ມື​ອັນ​ດີງາມ ​ແລະ ມີ​ປະສິດທິ​ຜົນໃນ​ຂົງ​ເຂດ​ນີ້​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ນິວຊີ​ແລນ​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກພ້ອມ​ກັບ ນິວຊີ​ແລນ ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ​ປັບປຸງຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ ​ເລິດ​ເຊິ່ງກ່ວາ​ອີກ, ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແບບ​ຍືນ​ຍົງ, ຍາວ​ນານ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ທັງ 2 ປະ​ເທດ.

           ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຊົມ​ເຊີຍ ​ແລະ ປາດ​ຖະໜາ​ວ່າ ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນຈະ​ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ໄລຍະ​ມາ​ເຖິງ; ພ້ອມ​ທັງ ສະ​ເໜີ 2 ຝ່າຍ​ສົມທົບກັນ ​ແລະ ກະກຽມ​​​​ເປັນ​ຢ່າງ​ດີ ເພື່ອໃຫ້ການ​ຢ້ຽມຢາມ​ປະສົບ​ຜົນສຳ​ເລັດຢ່າງ​ຈົບງາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໃຫ້​ຮູ້​ວ່າ:  ພ້ອ​ມ​ແລ້ວທີ່ຈະ​ປຶກສາ​ຫາລື​ກັບ​ຝ່າ​ຍ ນິວຊີ​ແລນ ກ່ຽວກັບວິທີ​ການ​ຮ່ວມ​ມື​ໃໝ່ ດ້ວຍ​ຄາດ​ໝາຍ​ຊຸກຍູ້​ການ​ຮ່ວມ​ມື​​ແຮງ​ກ່ວາ​ອີກ ໃນ​ບັນດາ​ຂົງ​ເຂດ ທີ່​ຍັງມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງໃຫຍ່​ຫລວງ​​ຄື: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ…



ຂ່າວ/ບົດ​ອື່ນ