( vovworld ) - ວາລະປະຊຸມຄັ້ງທີ 4 ກຸ່ມປະຕິບັດງານປະສົມລະຫວ່າງບັນດາແຂວງ Ha Giang, Lao Cai, Lai Chau, Dien Bien ຂອງຫວຽດນາມ ແລະ ແຂວງຢູນໜານ ຂອງຈີນ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 3/6 ຢູ່ນະຄອນຄູນໝິງ ແຂວງຢູນໜານ ຂອງຈີນ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້, ດ້ວຍຄວາມມານະພະຍາຍາມລວມຂອງທັງສອງຝ່າຍ, ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ຈີນ ສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່. ກົນໄກການຮ່ວມມືລະຫວ່າງ 4 ແຂວງຂອງຫວຽດນາມ ແລະ ແຂວງຢູນໜານ ຂອງຈີນ ນັບມື້ນັບເສີມຂະຫຍາຍປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງທ້ອງຖິ່ນໃນເຂດຊາຍແດນສອງປະເທດ, ນຳມາເຊີ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນທ້ອງຖິ່ນສອງປະເທດ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສອງປະເທດກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ. ສ່ວນທ່ານເຈົ້າແຂວງແຂວງຢູນໜານ ຫລີຈີເຄິງ ໃຫ້ຮູ້ວ່າ ໃນໄລຍະທີ່ຈະມາເຖິງ, ທ້ອງຖິ່ນຕ່າງໆຂອງສອງປະເທດຈະສຳເລັດກົນໄກຮ່ວມມື, ເສີມຂະຫຍາຍບົດບາດຂອງກຸ່ມປະຕິບັດງານປະສົມ, ນຳສາຍພົວພັນລະຫວ່າງສອງຝ່າຍຂຶ້ນສູ່ລະດັບສູງໃໝ່.